ຂ່າວໃໝ່

ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ -ຄະນະໂຄສະນາອົບຮົມ ແຂວງສາລະວັນ

         

          ໃນຕອນເຊົ້າຂອງວັນທີ 26 ເມສາ 2019 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມເບີ 02 ຂອງຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ໄດ້ຈັດຕັ້ງກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ -ຄະນະໂຄສະນາອົບຮົມ ແຂວງສາລະວັນ

        ໃນການພົບປະແລກປ່ຽນບົດຮຽນຮ່ວມກັນໃນຄັ້ງນີ້ ຜູ້ແທນທັງສອງຝ່າຍໄດ້ພ້ອມກັນແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນ ຫຼາຍບັນຫາ ໂດຍສະເພາະ ສອງແຂວງໄດ້ລາຍງານແຜນພັດທະນາ ເສດຖະກິດສັງຄົມ 1 ປີ 2018 ແລະ ຄາດໝາຍສູ້ຊົນ ປີ 2019 ພ້ອມທັງໄດ້ແລກປ່ຽນບົດຮຽນ ບາງບັນຫາພື້ນຖານທີ່ຈໍາເປັນສໍາລັບການຈັດຕັ້ງປະຕິບັດ ວຽກງານການເມືອງ -ແນວຄິດໃນໄລຍະໃໝ່ ຂອງແຂວງໃຫ້ໄດ້ຮັບຜົນດີ.

ໃນຕອນທ້າຍຂອງພິທີ ໄດ້ມີການເຊັນບົດບັນທຶກລະຫວ່າງສອງຝ່າຍ ແລະ ມອບຂອງຂວັນທີ່ລະນຶກເຊີ່ງກັນ ແລະ ກັນ ເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງແຂວງ ໃຫ້ມີສາຍພົວພັນຮ່ວມມືແໜ້ນແຟ້ນຂຶ້ນກ່ວາເກົ່າ ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄີ່ງວັນ ຈຶ່ງສໍາເລັດລົງດ້ວຍຄວາມຈົບງາມ...!

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 7  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

155994
ມື້ນີ້ມື້ນີ້58
ມື້ວານນີ້ມື້ວານນີ້59
ອາທິດນີ້ອາທິດນີ້188
ເດືອນນີ້ເດືອນນີ້2504
ທັງໝົດທັງໝົດ155994