ຂ່າວໃໝ່

ຊຸດອົບຮົມວຽກງານການເມືອງ-ແນວຄິດໃຫ້ນັກທຸລະກິດທົ່ວແຂວງບໍລິຄໍາໄຊ ປີ 2019

                      

ຕອນເຊົ້າຂອງວັນທີ 7 ພຶດສະພາ 2019 ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ໄດ້ເປີດຊຸດອົບຮົມການເມືອງ-ແນວຄິດໃຫ້ນັກທຸລະກິດທົ່ວແຂວງ ປີ 2019 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີບັນດານັກທຸລະກິດໃນທົ່ວແຂວງ ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມ.

ໃນຊຸດອົບຮົມຄັ້ງນີ້ ໄດ້ເຜີຍແຜ່-ເຊື່ອມຊຶມເອກະສານທີ່ສໍາຄັນ 04 ບົດຄື : ບົດທີ 01 ຊາດລາວ ຄົນລາວໃນຄອບຄົວໃຫ່ຍແຫ່ງຊາດ, ບົດທີ 02 ແນວທາງນະໂຍບາຍເສດຖະກິດຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ບົດທີ 03 ຖານະບົດບາດຂອງນັກທຸລະກິດລາວ, ບົດທີ 04 ຈັນຍາທຳ ແລະ ຄວາມຮັບຜິດຊອບຂອງນັກທຸລະກິດ ພ້ອມນີ້ ຍັງໄດ້ຄົ້ນຄວ້າປະກອບຄໍາຄິດຄຳເຫັນ ແລກປ່ຽນບົດຮຽນຮ່ວມກັນຂອງນັກສໍາມະນາກອນ.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງພັກ ແລະ ມະຕິ VI ຂອງອົງຄະນະພັກແຂວງ ເຂົ້າສູ່ຊີວິດຕົວຈິງ ແລະ ສຶກສາອົບຮົມໃຫ້ເປົ້າໝາຍຕ່າງໆເວົ້າລວມ, ເວົ້າສະເພາະແມ່ນສຶກສາອົບຮົມນັກທຸລະກິດລາວໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບແນວທາງ-ນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ເພື່ອຍົກສູງຈັນຍາທຳ, ເຊີດຊູຄວາມຮັກຊາດ ແລະ ຄວາມຮັບຜິດຊອບຂອງນັກທຸລະກິດຂຶ້ນອີກກ້າວໜຶ່ງ, ເພື່ອປະກອບສ່ວນໃຫ້ແກ່ການພັດທະນາເສດທະກິດ ແລະ ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຂອງສັງຄົມລາວໃນຕໍ່ໜ້າ ແລະ ເພື່ອຍົກສູງຖານະບົດບາດອັນຕັ້ງໜ້າຂອງນັກທຸລະກິດພາຍໃນ ແຂວງບໍລິຄໍາໄຊ ໃຫ້ສູງເດັ່ນຂຶ້ນຢູ່ໃນສັງຄົມກໍຄືໃນເວທີສາກົນ.

ຊຸດຝຶກອົບຮົມດັ່ງກ່າວໄດ້ດໍາເນີນໄປເປັນ ເວລາ 01 ວັນເຕັມ ແລະ ອັດລົງດ້ວຍຜົນສໍາເລັດອັນດີງາມ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 9  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

155994
ມື້ນີ້ມື້ນີ້58
ມື້ວານນີ້ມື້ວານນີ້59
ອາທິດນີ້ອາທິດນີ້188
ເດືອນນີ້ເດືອນນີ້2504
ທັງໝົດທັງໝົດ155994