ຄະນະໂຄສະນາສຶກສາແຂວງຮ່າຕິ້ງ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ
ໃນວັນທີ 04-07 ທັນວາ 2018 ຜ່ານມານີ້ ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະໂຄສະນາສຶກສາແຂວງຮ່າຕິ້ງ ພ້ອມດ້ວຍພະນັກງານ 20 ສະຫາຍ ຢູ່ແຂວງບໍລິຄຳໄຊ ເປັນເວລາ 04 ວັນ, ໂດຍ ສະຫາຍ ຮວ່ງຈຸງຢຸ້ງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາ ແຂວງ ຮ່າຕິ້ງ ເປັນຫົວໜ້າຄະນະ, ມີບັນດາສະຫາຍ ຕາງໜ້າການນຳບັນດາຂະແໜງ ທີ່ຂຶ້ນກັບຄະນະໂຄສະນາສຶກສາແຂວງຮ່າຕິ້ງ
ໄລຍະການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ເປັນເວລາ 04 ວັນຂອງຄະນະໂຄສະນາສຶກສາແຂວງຮ່າຕິ້ງຄັ້ງນີ້ໄດ້ຮັບການຕ້ອນຮັບ ແລະ ການຮ່ວມມືເປັນຢ່າງດີຈາກ ສະຫາຍ ນ. ພອນໄຊ ເລືອງມີໄລ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ພ້ອມຄະນະ ບົນເນື້ອໃນ ຈິດໃຈແຫ່ງຄວາມເຊື້ອໝັ້ນ, ຈິງໃຈ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນກອງປະຊຸມຄັ້ງນີ້ ຄະນະຜູ້ແທນສອງຝ່າຍໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງພັກ ແລະ ຂົງເຂດການເມືອງໂດຍຫຍໍ້ ແລະ ການເຄື່ອນໄຫວວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາພ້ອມກັນນີ້ກໍ່ໄດ້ຕີລາຄາຄືນກ່ຽວກັບການພົວພັນຮ່ວມມືລະຫ່ວາງສອງຄະນະໂຄສະນາ ໄລຍະຜ່ານມາ, ມີດ້ານດີ ແລະ ດ້ານຄົງຄ້າງຈຳນວນໜຶ່ງ ຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ແລະ ຄະນະໂຄສະນາອົບຮົມແຂວງຮ່າຕິ້ງໄດ້ພົບປະແລກປ່ຽນບົດຮຽນຮ່ວມກັນ ໃນຖານະເປັນເພື່ອນມິດໃກ້ສິດ ທັງສອງຝ່າຍເຫັນດີເປັນເອກະພາບຮ່ວມກັນໃນບາງເນື້ອໃນດັ່ງນີ້:
1. ສອງຝ່າຍເຫັນດີເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຂົງເຂດວຽກງານການເມືອງ-ແນວຄິດ ກໍ່ຄືວຽກງານໂຄສະນາຂອງພັກ.
2. ຄະນະໂຄສະນາ ສຶກສາແຂວງ ຮ່າຕິ້ງ ເຫັນດີຊ່ວຍສ້າງເງຶ່ອນໄຂ ຊ່ວຍເຫຼືອທຶນ ໃນການຍົກລະດັບ ເປັນຕົ້ນດ້ານພາສາຫວຽດນາມ, ທິດສະດີ-ການເມືອງ, ວຽກງານຂໍ້ມູນຂ່າວສານ ໃຫ້ພະນັກງານ ຄະນະໂຄສະນາອົບຮົມແຂວງ ບໍລິຄຳໄຊ ໂດຍອີງຕາມເງື່ອນໄຂຄວາມສາມາດຕົວຈີງ.
3. ສອງຝ່າຍເຫັນດີເປັນເອກະພາບ ສ້າງທຸກເງຶ່ອນໄຂ ອຳນວຍຄວາມສະດວກ ເພື່ອຄະນະໂຄສະນາທັງສອງແຂວງ ໄດ້ມີເວລາພົບປະແລກປ່ຽນ ບົດຮຽນນຳກັນປີລະຄັ້ງ ໂດຍການພັດປ່ຽນກັນເປັນເຈົ້າພາບ.
4. ຄະນະໂຄສະນາ-ສຶກສາແຂວງຮ່າຕີ້ງ ສະແດງຄວາມຂອບອົກ ຂອບໃຈ ຕໍ່ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ, ໂອກາດນີ້ຄະນະໂຄສະນາສຶກສາແຂວງຮ່າຕິ້ງຍັງໄດ້ມອບອຸປະກອນ ເປັນຄອມພິວເຕີໂນດບຸກ ແລະ ເຄື່ອງສາຍແອວຊີດີ ລວມມູນຄ່າ 70 ລ້ານດົງ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ເພື່ອນຳໃຊ້ເຂົ້າໃນວຽກງານ.
ຈາກນັ້ນ ສະຫາຍ ນ. ສຸດສະດາ ໂສພາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ໄດ້ນຳພາ ຄະນະໂຄສະນາສຶກສາແຂວງຮ່າຕິ້ງໄປທ່ຽວຊົມຕົວເມືອງປາກຊັນ, ໃນຕອນແລງຂອງວັນທີ 5 ເຈົ້າພາບແຂວງບໍລິຄຳໄຊຍັງໄດ້ຈັດພາເຂົ້າສາມັກຄີ ພ້ອມທັງຮັບປະທານອາຫານ ຊົມບົດຟ້ອນຈາກນ້ອງນ້ອຍສູນວັດທະນະທຳເດັກ ແລະ ມ່ວນຊື່ນຮ່ວມກັນ ໃນຕອນເຊົ້າຂອງວັນທີ 06 ທັນວາ 2018 ຄະນະຜູ້ແທນແຂວງຮ່າຕິ້ງໄດ້ອອກເດີນທາງໄປສູ້ນະຄອນຫຼວງວຽງຈັນ ແລະ ໄດ້ເຂົ້າພົບ ທ່ານ ປອ ຄຳໝັ້ນ ຈັນທະລັງສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ໄດ້ຖືກຕ້ອນຮັບພ້ອມຄະນະຢ່າງອົບອຸ່ນ ຜູ້ແທນທັງສາມຝ່າຍໄດ້ທ່ຽວຊົມນະຄອນຫຼວງວຽງຈັນທີ່ມີສະຖານທີ່ທ່ອງທ່ຽວຢ່າງສວຍສົດງົດງາມ ແລະ ເປັນໜ້າປະທັບໃຈກັບສະຖານທີ່ປະຫວັດສາດຂອງຊາດລາວເຮົາ ໃນມື້ສຸດທ້າຍກ່ອນຈະອຳລາພາຈາກກັນນັ້ນຄະນະໂຄສະນາອົບຮົມສູນກາງພັກກໍ່ໄດ້ມີພາເຂົາສາມັກຄີຕ້ອນຮັບຢ່າງອົບອຸ່ນ ແລະ ມ່ວນຊື່ນນຳກັນ ໂດຍມີທ່ານ ປອ ຄຳໝັ້ນ ຈັນທະລັງສີ ພ້ອມດ້ວຍຄະນະເຂົ້າຮ່ວມນຳ, ໃນຕອນເຊົ້າຂອງວັນທີ 07 ຄະນະຜູ້ແທນໄດ້ເດີນທາງກັບສູ່ແຂວງຮ່າຕິ້ງ ດ້ວຍຄວາມປອດໄພ.
ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄໍໄຊ ຄັ້ງນີ້, ແມ່ນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດລາວ - ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນແລກບົດຮຽນ ແລະ ຮ່ວມມືກັນຮອບດ້ານແບບພິເສດ-ຂອງພິເສດລະຫວ່າງຄະນະໂຄສະນາອົບຮົມແຂວງບໍລິຄຳ (ສ.ປ.ປ ລາວ) ກັບ ຄະນະໂຄສະນາສຶກສາແຂວງຮ່າຕິ້ງ (ສສ ຫວຽດນາມ) ໃຫ້ນັບມື້ໄດ້ຮັບການເພີ່ມພູມຄູນສ້າງແໜ້ນແຟ້ນ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ການພົວພັນຮ່ວມມືແບບ ພິເສດ-ຂອງພິເສດ ລະຫວ່າຄະນະໂຄສະນາອົບຮົມຂອງທັງ 02 ແຂວງ ໃຫ້ຈະເລີນງອກງາມຕະຫຼອດໄປ.