ຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I

ກອງປະຊຸມໃຫ່ຍ ສະມາຊິກພັກ ຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 19 ມີນາ 2026 ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວັນໄຊ ເງຍຈັນທະສອນ ເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສົມສົດ ແສງອາພອນ ກຳມະການປະຈຳພັກແຂວງ ປະທານກວດກາພັກແຂວງ ມີບັນດາຄະນະພັກຮາກຖານ, ເລຂາໜ່ວຍພັກ ສະມາຊິກພັກ ຕະຫຼອດຮອດແຂກຖືກເຊີນ, ຄະນະຊຸກຍູ້ຕິດຕາມກອງປະຊຸມໃຫຍ່ຂັ້ນແຂວງເຂົ້າຮ່ວມ.
ສະຫາຍ ສີຫອມ ສອນມະນີ ຄະນະພັກຮາກຖານ ຂຶ້ນຜ່ານຮ່າງລາຍງານການເມືອງທັງສອງພາກ ຄະນະພັກຮາກຖານໂຄສະນາອົບົຮົມແຂວງບໍລິຄຳໄຊ ມີ 3 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 39 ສະຫາຍ, ຍິງ 18 ສະຫາຍ, ສໍາຮອງ 2 ສະຫາຍ. ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານໄດ້ຮັບຮູ້, ເຂົ້າໃຈ ແລະ ໃຫ້ເຫັນໄດ້ຄວາມໝາຍ, ຄວາມສໍາຄັນ ຂອງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການດ້ານຖະແຫຼງຂ່າວ-ສື່ມວນຊົນໃຫ້ຫັນເຂົ້າສູ່ລະບຽບການຢ່າງເຂັ້ມງວດ, ບັນດາອົງການຈັດຕັ້ງມະຫາຊົນໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ມີການຮ່ວມຊີວິດ, ເສຍເງິນສະຕິເປັນປົກກະຕິ. ປັບປຸງການຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາໃຫ້ແທດເໝາະກັບຄວາມເປັນຈິງໂດຍສະເພາະຖືສຳຄັນດ້ານການເມືອງ-ແນວຄິດ ໄດ້ຈັດຕັ້ງດຳເນີນໃນຫຼາຍຮູບການ, ເອົາມະຫາຊົນກໍ່ສ້າງພັກ, ດຳເນີນຊີວິດການເມືອງ, ຮ່ວມຊີວິດປະຈຳເດືອນ ຕີລາຄາຈັດປະເພດສະມາຊິກພັກແຂງ ກວມເອົາ 100% ຂອງສະມາຊິກພັກທັງໝົດ, ສ້າງທຸກເງື່ອນໄຂອໍານວຍຄວາມສະດວກໃຫ້ຄະນະໜ່ວຍພັກ, ພະນັກງານ-ລັດຖະກອນ ໄດ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະຂະແໜງການ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງບັນດາໜ້າວຽກ, ເປັນເຈົ້າການຈັດຕັ້ງກອງປະຊຸມຮັບສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈຳເດືອນ, ​ບັນດາຂະແໜງການທີ່ປີ່ນອ້ອມເຫັນວ່າປະຕິບັດໜ້າທີ່ສຳເລັດຕາມແຜນການ ແລະ ລື່ນແຜນການ,
ກອງປະຊຸມໃຫຍ່ຄັ້ງນີ້ ບັນດາສະມາຊິກພັກໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຄະນະພັກຮາກຖານຊຸດໃໝ່ ຈາກຜູ້ຮັບລົງສະໝັກ 7 ສະຫາຍ, ຍິງ 4 ສະຫາຍ ທີ່ຜ່ານການທາບທາມ 2 ຮອບຜ່ານມາ ຜົນການປ່ອນບັດ ແລະ ຜ່ານກອງປະຊຸມຄັ້ງປະຖົມມະລຶກເປັນເອກະສັນ ເຫັນດີເລືອກເອົາ ສະຫາຍ ວັນໄຊ ເງຍຈັນທະສອນ ເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບົຮມແຂວງບໍລິຄຳໄຊ, ສະຫາຍ ສີຫອມ ສອນມະນີ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ນາງ ສຸດສະດາ ໂສພາ ເປັນປະທານກວດກາ, ສະຫາຍ ນາງ ພຸດທະສິນ ເວດທະນາ ເປັນຮອງປະທານກວດ ແລະ ສະຫາຍ ນາງ ອູລະພົງ ພັນດານຸວົງ ເປັນຄະນະພັກຮາກຖານ.   

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa