ຄະນະພັກຮາກຖານ ຫ້ອງວ່າການແຂວງ ດຳເນີນຊິວິດການເມືອງປະຈຳປີ 2025

 ບັ້ນດຳເນີນຊີວິດການເມືອງ ເພື່ອຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກຮາກຖານ, ຄະນະພັກຮາກຖານ ປະຈຳປີ 2025 ຄະນະພັກຮາກຖານ ຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງຕົນ ໃນວັນທີ 08 ມັງກອນ 2026 ເປັນກຽດຂຶ້ນບັນຍາຍເອກະສານຂອງສະຫາຍ ພັນສະໝອນ ຈັນທະສອນ ຮອງເລຂາຄະນະພັກຮາກຖານຫ້ອງວ່າການແຂວງບໍລິຄຳໄຊ ມີຄະນະຊີ້ນຳ-ຊຸກຍູ້ຂັ້ນແຂວງ, ຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກພັກ 5 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານເຂົ້າຮ່ວມ.
ຈຸດປະສົງການດຳເນີນຊີວິດການເມືອງເພື່ອຕີລາຄາແບ່ງປະເພດສະມາຊິກພັກ, ຄະນະເລຂາໜ່ວຍພັກ ແມ່ນຄວາມຈຳເປັນດ້ານພາວະວິໃສ ຕໍ່ບົດບາດການນຳພາຂອງພັກ ໃນການນຳພາ-ຊີ້ນຳເປັນອັນລວມ ແລະ ອັນສະເພາະຂອງຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ, ສະມາຊິກພັກ ໄດ້ຈັດຕັ້ງຜັນຂະຫຍາຍມະຕິໃນໄລຍະ 1 ປີຜ່ານມາ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ, ຈົ່ງໄດ້ຖືເອົາບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ເປັນການຕີລາ
ຄາຄືນຜົນງານການນໍາພາ-ຊີ້ນຳທີ່ຍາດມາໄດ້, ຊອກໃຫ້ເຫັນຈຸດບົກພ່ອງຂໍ້ຄົງຄ້າງ ແລະ ບົດຮຽນທີ່ສາມາດຖອດຖອນໄດ້,ຖືເອົາການສ່ອງແສງກໍ່ສ້າງເຊິ່ງກັນ ແລະ ກັນ ສົ່ງເສີມຈຸດດີ ແກ້ໄຂຂໍ້ຄົງຄ້າງ ເພື່ອຈະໄດ້ພ້ອມກັນປັບປຸງ ເຮັດໃຫ້ວຽກງານການຈັດຕັ້ງພັກ ມີບາດກ້າວຂະຫຍາຍຕົວດີຂື້ນ, ສະມາຊິກພັກຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນຕີລາຄາການນຳພາຂອງຄະນະເລຂາໜ່ວຍພັກ, ບຸກຄົນສະມຊິກພັກດ້ວຍກັນ ພ້ອມນັ້ນຍັງຈະໄດ້ຜ່ານໃບສຳຫຼວດເປັນບຸກຄົນ ໂດຍອີງໃສ່ບັນດານິຕິກຳທີ່ໄດ້ເຊື່ອມຊຶມເປັນບ່ອນອີງ ບັ້ນດຳຊີວິດການເມືອງຕີລາຄາແບ່ງປະເພດສະມາຊິກພັກປະຈຳປີ 2025 ຄະນະພັກຮາກຖານ ຫ້ອງວ່າການແຂວງບໍລິຄຳໄຊໃນຄັ້ງນີ້ ຈະໄດ້ຕີລາຄາຄືນບົດສໍາຫຼວດການພາລວມຂອງຄະນະພັກຮາກຖານໃນໄລຍະ 1 ປີຜ່ານມາ, ທິດທາງແຜນການປີຕໍ່ໜ້າ ແລະ ຈະໄດ້ດໍາເນີນເປັນເວລາ 3 ວັນຈຶ່ງຈະສຳເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa