ວັນທີ 28 ມັງກອນ 2026 ທ່ານ ສອນທະນູ ທໍາມະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງຕາງໜ້າໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V.ອີງຕາມມາດຕາ 11 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024 ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 338/ປປທ, ລົງວັນທີ 30 ທັນວາ 2025 ວ່າດ້ວຍການປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ໂດຍຜ່ານການຄົ້ນຄວ້າພິຈາລະນາຕົກລົງເຫັນດີຂອງກອງປະຊຸມຄະນະກຳມະການເລືອກຕັ້ງຂັ້ນແຂວງ ຄັ້ງວັນທີ 22 ມັງກອນ 2026, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຂໍປະກາດແຈ້ງການກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ບັນດາເມືອງຕ່າງໆ ພາຍໃນແຂວງບໍລິຄຳໄຊ ເຊິ່ງປະກອບມີ ດັ່ງນີ້:
I. ເຂດເລືອກຕັ້ງ ເມືອງປາກຊັນ ມີຈຳນວນຜູ້ສະໝັກທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
1. ທ່ານ ແສງອາລຸນ ແສງອາພອນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.
2. ທ່ານ ພັທ ໄຊຍະສຸກ ຫຼຽນຕະກຸນ ຮອງປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ, ສະພາປະຊາຊົນແຂວງ, (ສສຂ ຊຸດທີ IV).
3. ທ່ານ ບຸນມີ ເພັງສະຫວັນ ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ.
4. ທ່ານ ທິລະພົງ ຈັນຕາ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ.
5. ທ່ານ ນາງ ຈຸນລາວັນ ພິລາໄຊພິທັກ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ.
6. ທ່ານ ພັນທະດອນ ແກ້ວພຸດທະວົງ ຫົວໜ້າຂະແໜງຄໍາຮ້ອງ-ຄຳສະເໜີ, ຄະນະກວດກາພັກ-ລັດແຂວງ.
7. ທ່ານ ນາງ ເຄນໜັ້ນ ລໍມະນີ ກຳມະການພັກເມືອງ, ຮອງປະທານອົງການພັດທະນາຕົວເມືອງປາກຊັນ.
II. ເຂດເລືອກຕັ້ງ ເມືອງທ່າພະບາດ ມີຈຳນວນຜູ້ສະໝັກທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
1. ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.
2. ທ່ານ ບຸດສະດີ ແສງມະນີວົງ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ.
3. ທ່ານ ສະພັງທອງ ພົມມະຈັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ (ສສຂ ຊຸດທີ IV).
4. ທ່ານ ໂຊເລ່ ພັນທະວົງສາ ຫົວໜ້າຂະແໜງແຜນການ ແລະ ການເງິນ, ສະພາປະຊາຊົນແຂວງ.
5. ທ່ານ ນາງ ສຸດທິສານ ທອງພັນ ຮອງຫົວໜ້າຫ້ອງວ່າການເມືອງ.
6. ທ່ານ ນາງ ເຂັມພອນ ສີສົມບັດ ຫົວໜ້າຂະແໜງກວດກາ, ອົງການແນວລາວສ້າງຊາດແຂວງ.
7. ທ່ານ ນາງ ສຸພີ ຫຼວງຜ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ.
III. ເຂດເລືອກຕັ້ງ ເມືອງບໍລິຄັນ ມີຈຳນວນຜູ້ສະໝັກທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
1. ທ່ານ ສົມໃຈ ແກ້ວສຸວັນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.
2. ທ່ານ ແສງສະໄໝ ພະໄຊວໍລະວົງ ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ.
3. ທ່ານ ລໍາໄພ ພັນປະດິດ ຫົວໜ້າຂະແໜງແຜນການ ແລະ ສະຖິຕິ, ພະແນກການເງິນແຂວງ.
4. ທ່ານ ບຸນທົງ ໄຊຍະສານ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ.
5. ທ່ານ ເຕັ່ງທໍ່ ໄຟດ່າ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ.
6. ທ່ານ ນາງ ຄອນສະຫວັນ ຍາຍນີວົງ ຮອງຫົວໜ້າຄະນະຈັດຕັ້ງເມືອງ.
7. ທ່ານ ພູວົງ ລໍວັນໄຊ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
IV. ເຂດເລືອກຕັ້ງ ເມືອງປາກກະດິງ ມີຈຳນວນຜູ້ສະໝັກທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
1. ທ່ານ ບຸນຄົບ ຈັນທະວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.
2. ທ່ານ ນາງ ຟອງສະໝຸດ ພົງວິຈິດ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ (ສສຂ ຊຸດທີ IV).
3. ທ່ານ ຖາວອນ ປະທຸມມະວັນ ກໍາມະການພັກເມືອງ, ຮອງຫົວໜ້າຄະນະຈັດຕັ້ງເມືອງ.
4. ທ່ານ ດຣ ລັດຕະນະ ພຣະສະຫວັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ.
5. ທ່ານ ພັທ ສົມລິດ ບານທະວົງ ຄະນະພັກ, ຮອງຫົວໜ້າຫ້ອງການບໍລິຫານ ກອງບັນຊາການ ປກຊ ແຂວງ.
6. ທ່ານ ຮອ ເສັງເຮີ ລີຈາງ ນາຍບ້ານທົ່ງນາມີ.
7. ທ່ານ ນາງ ຈັນຫອມ ພຽນວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ.
V. ເຂດເລືອກຕັ້ງ ເມືອງຄຳເກີດ ມີຈຳນວນຜູ້ສະໝັກທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
1. ທ່ານ ກີ່ ຊົງລ່າຫວ່າງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.
2. ທ່ານ ນາງ ພິດສະໄໜ ແກ້ວວິເສດ ຮອງປະທານກໍາມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ສະພາປະ ຊາຊົນແຂວງ (ສສຂ ຊຸດທີ IV).
3. ທ່ານ ກິ່ງ ວັນນະລາ ກໍາມະການພັກເມືອງ, ຮອງປະທານອົງການກວດກາພັກ-ລັດເມືອງ.
4. ທ່ານ ແກ້ວອຸດອນ ເມືອງວົງ ຫົວໜ້າຂະແໜງຍຸຕິທຳ ແລະ ປກຊ-ປກສ, ສະພາປະຊາຊົນແຂວງ.
5. ທ່ານ ປອ ລິນທອງ ອິນທິລາດ ຮອງຫົວໜ້າຂະແໜງພັດທະນາຄູ, ພະແນກສຶກສາທິການ ແລະ ກິລາແຂວງ.
6. ທ່ານ ນາງ ຈັນສະໝອນ ບຸນຍັງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ.
7. ທ່ານ ພັຕ ສົມໝາຍ ຢ່າຈົງວ່າງ ຮອງຫົວໜ້າການເມືອງ ປກຊ ເມືອງ.
VI. ເຂດເລືອກຕັ້ງ ເມືອງວຽງທອງ ມີຈຳນວນຜູ້ສະໝັກທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
1. ທ່ານ ອາລຸນສັກ ປະທຳມະວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.
2. ທ່ານ ຄອນສະຫວັນ ສຸກຂະເສີມ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ.
3. ທ່ານ ເຄນພອນ ໄຊຍະຈັກ ກຳມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ.
4. ທ່ານ ນາງ ແສງເງິນ ຊາມຸນຕີ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ.
5. ທ່ານ ພັທ ຈື່ຝື ເຈີ່ຢີຊົ່ງ ຮອງຫົວໜ້າການເມືອງ ກອງບັນຊາການ ປກຊ ເມືອງ.
6. ທ່ານ ນາງ ດວງຕາ ໄຊຕຸ້ມຄຳ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ.
7. ທ່ານ ແສງຕາວັນ ລໍວັນໄຊ ຮອງຫົວໜ້າຫ້ອງວ່າການເມືອງ.
VII. ເຂດເລືອກຕັ້ງ ເມືອງໄຊຈຳພອນ ມີຈຳນວນຜູ້ສະໝັກທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
1. ທ່ານ ໄກສອນ ຈັນສີນາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ.
2. ທ່ານ ຄຳປຸ່ນ ສີຫາລາດ ກໍາມະການພັກແຂວງ, ປະຈຳການຢູ່ສະພາປະຊາຊົນແຂວງ.
3. ທ່ານ ນາງ ສີລາວັນ ແສງພອນໄຊ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ.
4. ທ່ານ ວອນວິໄລ ສົມບັດມູນວົງ ຫົວໜ້າຂະແໜງຊັບພະຍາກອນນໍ້າ, ອຸຕູນິຍົມ ແລະ ອຸທົກກະສາດ, ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
5. ທ່ານ ສົມໃຈ ຫວ່າງ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ.
6. ທ່ານ ນາງ ໄມບຸນ ໄຊຍະຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ.
7. ທ່ານ ນາງ ຫອມ ຈັນມະນີ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ.
ທັງໝົດຂ້າງເທິງນັ້ນ ແມ່ນບັນດາລາຍຊື່ຂອງບັນດາທ່ານຜູ້ລົງຮັບສະໝັກເລືອກຕັ້ງເປັນ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ຄຸນລັກສະນະຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ V ມີດັ່ງນີ້:
• ຜູ້ສະໝັກຮັບເລືອກຕັ້ງມີທັງໝົດ ຈຳນວນ 49 ທ່ານ, ຍິງ 15 ທ່ານ, ເລືອກເອົາ 35 ທ່ານ.
* ຜູ້ສະໝັກ ປະກອບມີ: ຊົນເຜົ່າ ລາວ 36 ທ່ານ, ເມີ້ຍ 4 ທ່ານ, ມົ້ງ 6 ທ່ານ, ແມນ 1 ທ່ານ, ໄຕ 2 ທ່ານ;
* ຜູ້ສະໝັກຈາກແຂວງ ຈຳນວນ 18 ທ່ານ, ຍິງ 4 ທ່ານ ແລະ ຜູ້ສະໝັກຈາກເມືອງ 31 ທ່ານ, ຍິງ 11 ທ່ານ;
* ສສຂ ສືບຕໍ່ສະໝັກ 4 ທ່ານ, ຍິງ 2 ທ່ານ.