
ຢູ່ສະໂມສອນຂອງແຂວງຕອນເຊົ້າຂອງວັນທີ 09 ມັງກອນ 2025 ແຂວງບໍລິຄຳໄຊ ໄດ້ເຂົ້າຮ່ວມຊົມຖ່າຍທອດສົດ ພິທີໂຮມຊູມນູມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ເຊິ່ງແຂວງບໍລິຄຳໄຊ ນຳພາໂດຍສະຫາຍ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງ, ສະຫາຍ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ມີຄະນະບໍລິຫານການພັກແຂວງ ພະນັກງານຫຼັກແຫຼ່ງ, ນຳພາ-ຄູ້ມຄອງ ພະນັກງານນັກຮົບ, ພະນັກງານອາວຸໂສບໍານານ ນ້ອງນັກຮຽນນັກສຶກສາເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 6 ມັງກອນ 2026 ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 8 ມັງກອນ 2026 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ: “ ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ ”. ໂດຍມີຜູ້ແທນທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ, ແຂກຖືກເຊີນ 391 ສະຫາຍ, ກອງປະຊຸມຍັງໄດ້ພິຈາລະນາ ແລະ ເປັນເອກະສັນຮັບຮອງເອົາລາຍງານການເມືອງຂອງຄະ
ນະບໍລິຫານງານສູນກາງພັກ ສະໄໝທີ XI, ໄດ້ເປັນເອກະພາບພາວະວິໄສຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ໃນການນໍາພາ-ຊີ້ນໍາຂອງພັກ ກໍ່ຄືການຈັດຕັ້ງປະຕິບັດໜ້າທີ່, ວຽກງານຈຸດສຸມໃນບາງດ້ານ ທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍ ທີ່ວາງອອກ, ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XII ໄດ້ເປັນເອກະພາບເລືອກຕັ້ງເອົາກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ; ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບຢ່າງສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນ ເລຂາ
ທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ເພື່ອເຮັດໃຫ້ເນື້ອໃນຈິດໃຈ ແລະ ລະດັບຄາດໝາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກນັ້ນ ໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ໃຫ້ປະກົດຜົນເປັນຈິງ. 
