ບໍລິຄຳໄຊ ປະຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ວັນທີ 20 ມີນາ 2026 ຢູ່ສະໂມສອນໃຫຍ່ຂອງແຂວງ ຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955- 22 ມີນາ 2026) ຄົບຮອບ 71 ປີ, ວັນເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ (21 ມີນາ 1946 – 21 ມີນາ 2026) ຄົບຮອບ 80ປີ ຂຶ້ນ ເປັນກຽດຂຶ້ນຫວນຄືນຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ມີພະນັກງານຫຼັກແຫ່ຼງ, ຈາກພະແນກການ, ກົມກອງ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານໄດ້ເລົ່າຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຄົນທຳອິດ, ຕະຫຼອດໄລຍະ 71 ປີ ຜ່ານມາ, ພັກໄດ້ວາງແນວທາງການເມືອງອັນຖືກຕ້ອງ ໂດຍສະເພາະແມ່ນໂຄງການດຳເນີນງານ 12 ຂໍ້ ໃນໄລຍະເລີ່ມຕົ້ນ, ເພື່ອນຳພາ ປວງຊົນ ລາວຕໍ່ສູ້ກູ້ຊາດ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ພັກປະຊາຊົນປະຕິວັດລາວ ສົມແລ້ວທີ່ເປັນກອງເສນາທິການທາງການເມືອງທີ່ສ່ອງໃສ, ເປັນກອງນຳໜ້າ ທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕປະຊາຊົນອັນເຂັ້ມແຂງ ແລະ ສ້າງໃຫ້ ປະເທດ ມີຄວາມສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດ, ວັດທະນະທຳ-ສັງຄົມໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາແກ້ໄຂເປັນກ້າວໆ, ວັນທີ 21 ມີນາ ແມ່ນວັນໜຶ່ງທີ່ຈາລຶກເຫດການປະຫວັດສາດ ອັນອົງອາດກ້າຫານ ຂອງກອງທັບ ແລະ ປະຊາຊົນລາວ ໂດຍສະເພາະແມ່ນບັ້ນຮົບປ້ອງກັນຕົວເມືອງ ທ່າແຂກ ໃນປີ 1946 ເພື່ອຕ້ານການກັບຄືນມາຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ ພາຍໃຕ້ ການບັນຊາສູງສຸດຂອງທ່ານປະທານ ສຸພານຸວົງ ແລະ ນັກຮົບປະຕິວັດ ພ້ອມດ້ວຍປະຊາຊົນລາວ ບັນດາເຜົ່າ ໄດ້ສູ້ຮົບຢ່າງພິລະອາດຫານ ເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ເພື່ອເປັນການຈາລຶກຄຸນງາມຄວາມດີຂອງບັນ ດານັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ເສຍສະຫຼະເສຍ ຊີວິດເພື່ອປະເທດຊາດ, ລັດຖະບານຈຶ່ງໄດ້ກຳນົດເອົາ ວັນທີ 21 ມີນາ ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຈຸດປະສົງ ເພື່ອເປັນການສຶກສາອົບຮົມພະນັກງານ, ສະມາຊິກພັກ ໃຫ້ກຳແໜ້ນມູນເຊື້ອປະຕິວັດ, ເຊີດຊູສະຕິຮັກຊາດ ແລະ ສືບຕໍ່ປົກປັກຮັກສາ-ສ້າງສາພັດທະນາ ປະເທດຊາດ ໃຫ້ຮຸ່ງເຮືອງສິວິໄລ. 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa