ບໍລິຄຳໄຊ – ຮ່າຕິ່ງ ລົງນາມເຊັນບົດບັນທຶກ 3 ວຽກງານຫຼັກ ເພື່ອເສີມຂະຫຍາຍ ດ້ານການຮ່ວມມືມິດຕະພາບພິເສດລາວ-ຫວຽດນາມ

 
          ກອງປະຊຸມຂັ້ນສູງຜູ້ແທນແຂວງບໍລິຄຳໄຊ ສປປລາວ-ແຂວງຮ່າຕິ່ງ ສສ ຫວຽດນາມ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 14 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມເບີ 2 ສະໂມສອນໃຫຍ່ຂອງແຂວງບໍລິຄຳໄຊ ຝ່າຍແຂວງບໍລິຄຳໄຊ ນໍາໂດຍ ສະຫາຍ ປອ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຝ່າຍແຂວງຮ່າຕິ່ງນຳໂດຍ ສະຫາຍ ຫງວຽນຊຸຍເລີມ ເລຂາພັກແຂວງຮາຕິ່ງ ມີແຂກຖືກເຊີນຈາກກົມຂົວທາງ ກະຊວງ ຍທຂ ຜູ້ແທນຂັ້ນສູງທັງສອງຝ່າຍ ແລະ ແຂກຖືກເຊີນຈາກພາກທຸລະກິດເຂົ້າຮ່ວມ.
         ສະຫາຍ ປອ ສອນທະນູ ທຳມະວົງ ເລຂາຄະນະບໍລິຫານງານພັກແຂວງ ໃນນາມເຈົ້າພາບ ໄດ້ກ່າວຕ້ອນຮັບ ພ້ອມລາຍງານການເຕີບໃຫຍ່ຂະຫຍາຍຕົວເສດຖະກິດ-ສັງຄົມໄລຍະ 10 ເດືອນຜ່ານມາ, ພາຍຫຼັງສໍາເລັດກອງປະຊຸມພົບປະ ສອງຝ່າຍໄດ້ສືບຕໍ່ຊຸກຍູ້ການເຄື່ອນໄຫວຮ່ວມມືກັນ ເພື່ອປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີນໍ້າໃຈມິດຕະພາບອັນເປັນມູນເຊື້ອແບບພິເສດ ລະຫວ່າງ 2 ແຂວງ ພົ້ນເດັ່ນແມ່ນການຢ້ຽມຢາມທາງການເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດປີໃໝ່ ແລະ ການເຂົ້າຮ່ວມງານສະເຫຼີມສະຫຼອງວັນບຸນໃຫຍ່ສໍາຄັນຕ່າງໆ ຂອງ 2 ແຂວງ ເຊັ່ນ: ວັນສ້າງຕັ້ງພັກ, ວັນຊາດ, ກອງປະຊຸມໃຫຍ່
2 ຝ່າຍຍັງໄດ້ສືບຕໍ່ໂຄສະນາກ່ຽວກັບມູນເຊື້ອອັນດີງາມຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ໃຫ້ແກ່ປະຊາຊົນທຸກຊັ້ນຄົນໄດ້ຮັບຮູ້ ແລະ ເຂົ້າໃຈບົນພື້ນຖານນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ 2 ພັກ – 2 ລັດຖະບານລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງບໍລິຄຳໄຊ-ແຂວງຮ່າຕິ່ງ, ຄຽງຄູ່ກັບຜົນງານທີ່ສາມາດບັນລຸຜ່ານມາ ເຫັນວ່າການຮ່ວມມືລະຫວ່າງ 2 ແຂວງ ຍັງມີບາງດ້ານທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂເຊິ່ງຢູ່ໃນຂັ້ນພິຈາລະນາຂອງລັດຖະບານ, ກະຊວງ ແລະ ຂະແໜງການຂັ້ນສູນກາງເຊັ່ນ: ການຈັດສັນແຫຼ່ງງົບປະມານລົງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ເພື່ອຈັດຕັ້ງປະຕິບັດໂຄງການປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ ລະຫວ່າງ ດ່ານສາກົນນໍ້າພາວ-ເກົາແຈວ, ການສ້າງຕັ້ງ ເຂດຮ່ວມມືເສດຖະກິດຊາຍແດນ ບໍລິຄໍາໄຊ-ຮ່າຕິ່ງ, ເພື່ອສືບຕໍ່ໃນການພົວພັນຮ່ວມມື ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງຮ່າຕີ່ງ ສສ ຫວຽດນາມ ໃຫ້ກາຍເປັນແຂວງຕົວແບບດ້ານການຮ່ວມມືມິດຕະພາບອັນເປັນມູນເຊື້ອແບບພິເສດລາວ-ຫວຽດນາມ ໃນຕໍ່ໜ້າ ສອງຝ່າຍເຫັນດີຮັບຮອງເອົາ 3 ໜ້າວຽກຫຼັກໃນການຮ່ວມມືເປັນຕົ້ນແມ່ນ ການຮ່ວມມືດ້ານວຽກງານກໍ່ສ້າງພັກແລະ ອົງການປົກຄອງໃຫ້ເຂັ້ມແຂງໜັກແໜ້ນ ສອງຝ່າຍເຫັນດີເປັນເອກະພາບຕໍ່ກັບທິດທາງໃນການເພີ່ມທະວີການຮ່ວມມືຮອບດ້ານໃນຂົງເຂດຕ່າງໆ ໃຫ້ນັບມື້ເຂົ້າສູ່ລວງກວ້າງ, ລວງເລິກ, ເປັນຮູບປະທໍາ ແລະ ມີປະສິດທິຜົນ, ສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອແບບພິເສດລະຫວ່າງ 2 ແຂວງ ບໍລິຄໍາໄຊ-ຮ່າຕິ່ງ ໃຫ້ກ້າວສູ່ລະດັບສູງອັນໃໝ່, ສ້າງໃຫ້ກາຍເປັນຄູ່ແຂວງຕົວແບບດ້ານການຮ່ວມມືມິດຕະພາບ ລະຫວ່າງຄູ່ແຂວງຂອງ 2 ປະເທດ ລາວ-ຫວຽດນາມ ໃນຕໍ່ໜ້າ.ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສອງຝ່າຍສຸມໃສ່ຊີ້ນຳໃຫ້ອົງການປົກຄອງທ້ອງຖິ່ນແລະ ກໍາລັງເຈົ້າໜ້າທີ່ກ່ຽວຂ້ອງລຽບຕາມຊາຍແດນ 2 ແຂວງໃຫ້ເພີ່ມທະວີການປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ, ປົກປັກຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ລະບົບຫຼັກໝາຍຊາຍແດນແຫ່ງຊາດ, ຕ້ານ ສະກັດກັ້ນກຸ່ມຄົນ, ບຸກຄົນບໍ່ຫວັງດີທີ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບ ແລະ ການກໍ່ອາດຊະຍາກໍາຕ່າງໆ, ການຮ່ວມມືພັດທະນາເສດຖະກິດ, ວັດທະນະທໍາ ແລະ ສັງຄົມ ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາທ່າແຮງບົ່ມຊ້ອນຕ່າງໆຂອງສອງແຂວງ, ປະສານສົມທົບຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດບັນດາກິດຈະການພັດທະນາເສດຖະກິດແບບຍືນຍົງ, ເສດຖະກິດສີຂຽວ, ການພັດທະນາຊົນນະບົດໃໝ່ ແລະ ອື່ນໆ ພິເສດ ແມ່ນການປະສານສົມທົບສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ໂຄງການໄຟຟ້າພະລັງງານລົມເຈື່ອງເຊີນ ຢູ່ແຂວງບໍລິຄໍາໄຊ ສາມາດກໍ່ສ້າງສໍາເລັດ ແລະ ເຂົ້າສູ່ການຜະລິດໄຟຟ້າຢ່າງເປັນທາງການ. ບົດບັນທຶກສະບັບນີ້ໄດ້ຮັບການສ້າງຂຶ້ນເປັນ 02 ສະບັບ, ແຕ່ລະສະບັບປະກອບມີ 2 ພາສາ: ພາສາລາວ ແລະ ພາສາຫວຽດນາມ ເຊິ່ງມີຄວາມໝາຍແລະ ຄຸນຄ່າເທົ່າທຽມກັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa