
ພິທີປະກາດ ບ້ານຜາໂປງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ເປັນບ້ານໂພຊະນາການຕົວແບບ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ມັງກອນ 2026 ນີ້, ທີ່ເດີ່ນໂຮງຮຽນ ປະຖົມສົມບູນ ບ້ານຜາໂປງ ໂດຍການເປັນປະທານຮ່ວມ ຂອງ ທ່ານ ອຸດອນ ສອນສຸລິນ ເລຂາຄະນະບໍລິຫານງານພັກເມືອງທ່າພະບາດ, ທ່ານ ນາງ ດວງຕາ ເລືອງວິໄລ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ສະຫວັນເພັດ ຈັນທະວົງສາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ບຸນປອນ ຈັນທະວົງສາ ຫົວຫນ້າຫ້ອງການສາທາລະນະສຸກເມືອງ, ທ່ານ ກູ່ ຈັນທະວົງ ນາຍບ້ານຜາໂປງ, ມີບັນດາຂະແຫນງການທີ່ກ່ຽວຂ້ອງຂັ້ນແຂວງ – ຂັ້ນເມືອງ, ຫົວຫນ້າຫ້ອງການອ້ອມຂ້າງເມືອງ, ແຂກຖືກເຊີນ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ບ້ານຜາໂປງ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງທ່າພະບາດ, ມີເນື້ອທີ່ທັງໝົດ 254,86 ເຮັກຕ່າ ມີປະຊາກອນທັງໝົດ 1,191 ຄົນ, ຍິງ 605 ຄົນ, ມີຄອບຄົວ ທັງໝົດ 242 ຄອບຄົວ ແລະ ໄດ້ຖືກຄັດເລືອກເປັນບ້ານເປົ້າໝາຍສ້າງເປັນບ້ານໂພຊະນະການຕົວແບບຂອງເມືອງທ່າພະບາດ, ບ້ານຕົວແບບໝາຍເຖິງບ້ານທີ່ມີການປະສານງານ ແລະ ການຈັດຕັ້ງແຜນຍຸດທະສາດແບບໜຶ່ງດຽວໂດຍຫຼາຍຂະແໜງການໂດຍຍຶດຖືເອົາ 25 ກິດຈະກຳທີ່ເປັນບູລິມະສິດໃນຍຸດທະສາດແຫ່ງຊາດດ້ານໂພຊະນາການເປັນຫຼັກ. ການປະເມີນຕົວຊີ້ວັດທີ່ຕິດພັນກັບຂະແໜງການຕ່າງໆທີ່ສາມາດຢັ້ງຢືນເຖິງຜົນສໍາເລັດໃນການສ້າງບ້ານໂພຊະນາການຕົວແບບມີທັງໝົດ 25 ໂຕຊີ້ວັດ ໃນນັ້ນ ມີຕົວຊີ້ວັດທີ່ຕິດພັນກັບຫຼາຍຂະແໜງການ 3 ຕົວຊີ້ວັດ, ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ 5 ຕົວຊີ້ວັດ, ຂະແຫນງສຶກສາ 7 ຕົວຊີ້ວັດ ແລະ ຂະແໜງສາທາລະນະສຸກ 10 ຕົວຊີ້ວັດ; ວຽກງານໂພຊະນາການແມ່ນເປັນວາລະແຫ່ງຊາດ ແລະ ເປັນວຽກງານທີ່ຕິດພັນກັບຫຼາຍຂະແໜງການໂດຍຖືເອົາວຽກງານດ້ານການຄຳ້ປະກັນສະບຽງອາຫານ, ສົ່ງເສີມຈັດຕັ້ງປະຕິບັດພືດສວນຄົວພາຍໃນບ້ານ, ຖືເອົາສຸຂະພາບ ແລະ ໂພຊະນາການຂອງເດັກນ້ອຍລຸ່ມ 5 ປີ ໄດ້ກິນອາຫານພຽງພໍ ແລະ ມີຫຼັກໂພຊະນາການທີ່ດີເປັນສ່ວນຈຳເປັນທີ່ຈະເຮັດໃຫ້ເດັກນ້ອຍມີສຸຂະພາບແຂງແຮງ ກາຍເປັນຜູ້ໃຫຍ່ທີ່ມີຄວາມສົມບູນທາງດ້ານຮ່າງກາຍ, ຈິດໃຈ ແລະ ສະໝອງທີ່ດີໃນການສຶກສາຮຳ່ຮຽນໃຫ້ມີຄວາມຮູ້, ຄວາມສາມາດ ເພື່ອເປັນກຳລັງແຮງໃຫ້ແກ່ຄອບຄົວ, ບ້ານ, ເມືອງ, ແຂວງ ແລະ ປະເທດຊາດໃນການພັດທະນາ.

ຈາກນັ້ນທາງຄະນະຮັບຜິດຊອບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງ ສະບັບ ເລກທີ 132/ຄປມ, ລົງວັນທີ 30 ທັນວາ 2025 ວ່າດ້ວຍການຮັບຮອງເອົາບ້ານ ຜາໂປງ ເປັນບ້ານໂພຊະນາການຕົວແບບ ແລະ ຂໍ້ຕົກລົງສະບັບເລກທີ 04/ຄປມ, ລົງວັນທີ 13 ມັງກອນ 2026 ວ່າດ້ວຍການຮັບຮອງເອົາ ບ້ານນາຄຳ ເປັນບ້ານໂພຊະນາການຕົວແບບ ປີທີ 2 ຂອງເມືອງທ່າພະບາດ. ພ້ອມດຽວກັນນັ້ນ ຄະນະປະທານ ແລະ ຜູ້ເຂົ້າຮ່ວມໄດ້ຂຶ້ນເປີດແຜ່ນປ້າຍ ພ້ອມທັງໄດ້ລັ່ນຄ້ອງ 9 ບາດ ເພື່ອປະກາດ ບ້ານຜາໂປງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ເປັນບ້ານໂພຊະນາການຕົວແບບ ຢ່າງເປັນທາງການ.
