ປະເມີນໄລຍະທ້າຍສະໄໝ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຂອງແຂວງບໍລິຄໍາໄຊ ປີ 2025

ການປະເມີນໄລຍະທ້າຍສະໄໝ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຂອງແຂວງບໍລິຄໍາໄຊ ປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ກຸມພາ 2026 ທີ່ຫ້ອງປະຊຸມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ໂພຄໍາ ຈັນທະສຸກ ຫົວໜ້າ ພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ ມີຕາງໜ້າພະແນກກການທີ່ກ່ຽວຂ້ອງຂອງແຂວງ ອົງການຈັດຕັ້ງ, ຄະນະກອງກໍ່ສ້າງຮາກຖານ ຂັ້ນແຂວງ, ເມືອງ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ກໍ່ພື່ອເປັນການ ສະຫຼຸບ ຕີລາຄາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ແລະ ຄາດໝາຍສູ້ຊົນ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ທີ່ໄດ້ກໍານົດໄວ້ໃນແຜນພັດທະນາ ເສດຖະກິດ – ສັງຄົມ 5 ປີ ຄັ້ງທີ 9 2021 – 2025 ທຽບໃນດໍາລັດ 348/ລບ ປີ 2022 ມາຮອດປັດຈຸບັນ ທົ່ວແຂວງບໍລິຄໍາໄຊ ປະກອບມີ 7 ເມືອງ ມີ 284 ບ້ານ, ມີ 58.251 ຄອບຄົວ, ຄອບຄົວເພີ່ມຂຶ້ນ 3.702 ຄອບຄົວ ມີພົນລະເມືອງທັງໝົດ 332.854 ຄົນ, ຍິງ 166.599 ຄົນ. ມີຄອບຄົວພົ້ນທຸກແລ້ວ ຈໍານວນ 56.903 ຄອບຄົວ, ກວມ 97,67%. ຄອບຄົວບໍ່ທັນພົ້ນທຸກມີ 1.348 ຄອບຄົວ. ກວມ 2,31%. ມີຄອບຄົວພັດທະນາ. 53.682 ຄອບຄົວ. ກວມ 97.69%. ໄດ້ກໍານົດຈຸດສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ມີ 11 ບ້ານ ພາຍໃນ 6 ເມືອງ ຜ່ານການເກັບກໍາຂໍ້ມູນຕາມ 16 ມາດຕະຖານ ຂອງການສ້າງບ້ານໃຫຍ່ເປັນຕົວມືອງນ້ອຍໃນຊົນນະບົດ ສາມາດບັນລຸ 4 ບ້ານ ກວມ 36,36% ຄື ບ້ານທົງນາມີ ເມືອງປາກກະດິງ, ບ້ານຈອມທອງ ເມືອງວຽງທອງ, ບ້ານທົ່ງແສນ ເມືອງຄໍາເກີດ ແລະ ບ້ານຫ້ວຍຄູນ ເມືອງບໍລິຄັນ ແລະ ຍັງບໍ່ບັນລຸ 7 ບ້ານ.
ພ້ອມນີ້ ໃນວາລະດໍາເນີນກອງ ບັນດາຄະນະປະທານພ້ອມດ້ວຍແຂກທີ່ເຂົ້າຮ່ວມ ຍັງໄດ້ພ້ອມກັນ ປະກອບຄໍາຄິດເຫັນ ຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ຮ່ວມກັນ ຢ່າງກົງໄປກົງມາ ຢ່າງມີຈຸດສຸມອັນສໍາຄັນ ເພຶ່ອເປັນການ ການກຳນົດຄາດໝາຍ, ເປົ້າໝາຍໃນການພັດທະນາຈຸດສຸມຕ່າງໆ ເຊັ່ນ: ຈຸດສຸມສ້າງບ້ານພົ້ນທຸກ, ຈຸດສຸມສ້າງບ້ານພັດທະນາ, ຈຸດສຸມສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແລະ ການສ້າງເມືອງໃຫ້ກາຍເປັນເມືອງພົ້ນທຸກ, ພ້ອມກັນຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ຂໍ້ມູນດັ່ງກ່າວ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້, ເພື່ອນຳໃຊ້ເປັນຂໍ້ມູນພື້ນຖານໃນການກຳນົດແຜນການພັດທະນາຕາມຂະແໜງການ ຕິດພັນກັບການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ລຶບລ້າງຄວາມ
ທຸກຍາກ ແລະ ວຽກງານ 3 ສ້າງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa