ປິດຊຸດຝຶກອົບຮົມທິດສະດີການເມືອງ ໄລຍະສັ້ນ 10 ວັນ ຊຸດທີ 27

ວັນທີ 27 ຕູລາ 2025 ນີ້ ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ຈັດພິທີປິດຊຸດຝຶກອົບຮົມ ທິດສະດີ ການເມືອງ ໄລຍະສັ້ນ 10 ວັນ ຊຸດທີ 27 ໃຫ້ກັບເລຂາພັກບ້ານ ພາຍໃນ 4 ເມືອງ ຄື: ເມືອງປາກຊັນ, ບໍລິຄັນ, ທ່າພະບາດ ແລະ ປາກກະດິງ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງ ທ່ານ ເພັດສະໄໝ ໄຊຍະທິຈັກ ຄະນະປະຈໍາພັກແຂວງ, ມີບັນດາຄະນະອໍານວຍການໂຮງຮຽນ, ນັກສໍາມະນາກອນ ທີເປັນຄະນະເລຂາພັກບ້ານ ພາຍໃນ 4 ເມືອງຂອງແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ສົມນຶກ ລອງອ່ອນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ຜ່ານບົດລາຍງານ ປິດຊຸດຝຶກອົບຮົມທິດສະດີການເມືອງລະບົບ 10 ວັນ ໃຫ້ເລຂາພັກບ້ານ ນາຍບ້ານ ຊຸດທີ 27 ໃນຄັ້ງນີ້ ມີນັກສໍາມານາກອນເຂົ້າຮ່ວມທັງໝົດຈໍານວນ 33 ສະຫາາຍ ຍິງ 2 ສະຫາຍ. ສໍາຫຼັບຫັກສູດທີນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດການຮຽນ-ການສອນ ປະກອບມີ 7 ຫົວຂໍ້ ວຽກພະນັກງານ ບັນຫາ 4 ເຖື່ອນ ມີຫົວຂໍ້ວິທະຍາສາດ ຂອງແຂວງ ນອກນີ້ຍັງມີວາລະແຫ່ງຊາດ 2 ຫົວຂໍ້ ທີ່ໄດ້ຊັບຊ້ອນຫົວຂໍ້ຕ່າງໆເຂົ້າໃນຊຸດຝຶກອົບຮົມ; ໄດ້ດໍາເນີນການຮຽນ-ການສອນລວມທັງໝົດຈໍານວນ 18 ບົດ ໃນນີ້ມີຊົວໂມງຮຽນທີ່ຄູ-ອາຈານຂຶ້ນບັນຍາຍໃນຫົວຂໍ້ຕ່າງໆ 36 ຊົ່ວໂມງ ສົນທະນາແລກປ່ຽນກັບນັກຝຶກອົບຮົມ 27 ຊົ່ວໂມງ ລວມທັງໝົດ 63 ຊົ່ວໂມງ. ຊຸດຝຶກອົບຮົມໃນຄັ້ງນີ້ ກໍເພື່ອແນ່ໃສ່ເຮັດໃຫ້ບັນດານັກສໍາມະນາກອນທີເຂົ້າຮ່ວມ ກໍາໄດ້ຄວາມຮູ້ພື້ນຖານທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ມາສົມທຽບກັບໜ້າວຽກທີ່ຈັດຕັ້ງປະຕິບັດ, ຜ່ານການຝຶກອົບຮົບເປັນເວລາ 10 ວັນ ບັນດານັກຝຶກອົບຮົມສາມາດຮັບຮູ້ເຂົ້າໃຈ ຕໍ່ກັບບັນດາຫຼັກມູນພື້ນຖານດ້ານທິດສະດີມາກ-ເລນິນ ແລະ ບັນດາຫົວຂໍ້ຕ່າງໆ ທີໄດ້ຈັດສັນເຂົ້າໃນການຈັດຊຸດຝຶກອົບຮົມ ນອກຈາກນີ້ ບັນດານັກສໍາມະນາກອນຍັງມີຄວາມສາມາດ ໃນການສັງລວມບັນຫາ ພ້ອມທັງນໍາເອົາທິດສະດີ ແນວທາງຂອງພັກກົດໝາຍຂອງລັດ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍຢູ່ບັນດາທ້ອງຖິ່ນຮາກຖານທີຕົນເອງຮັບຜິດຊອບຕື່ມອີກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa