
ວັນທີ 24 ມີນາ 2026 ພະນັກງານ-ລັດຖະກອນ ທົ່ວພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ໄດ້ຮັບຟັງ ການເຜີຍແຜ່ເອກະສານສໍາຄັນຕ່າງໆ ຂອງພັກ-ຂອງຊາດ ຢູ່ທີ່ພະແນກຂອງຕົນ ເຊິ່ງເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບດ້ວຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ, ວັນນັກຮົບເສຍອົງຄະ ແລະ ເສຍຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ, ວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 42 ປີ, ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ, ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ ແລະ ເອກະສານແຈ້ງການປະທານສະຫະພັນກໍາມະບານແຂວງ ໂດຍ
ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານຂອງ ທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ພ້ອມດ້ວຍຄະນະ, ມີພະນັກງານ-ລັດຖະກອນ ທົ່ວພະແນກວັດທະນະທໍາ ແລະ ການທ່ອງທຽ່ວແຂວງເຂົ້າຮ່ວມ .
ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານຂອງ ທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ພ້ອມດ້ວຍຄະນະ, ມີພະນັກງານ-ລັດຖະກອນ ທົ່ວພະແນກວັດທະນະທໍາ ແລະ ການທ່ອງທຽ່ວແຂວງເຂົ້າຮ່ວມ .ໂອກາດນີ້ທ່ານ ໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດການກໍາເນີດ, ເຕີບໃຫຍ່ເຂັ້ມແຂງ, ຄວາມໝາຍຄວາມສຳຄັນ ແລະ ການເຄື່ອນໄຫວມີຈຸດສຸມ, ແນວທາງທີ່ສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ທີ່ໄດ້ນໍາພາກອງທັບ ແລະ ປະຊາຊົນບັນດາເຜົ່າ, ດໍາເນີນການຕໍ່ສູ້ຍາດເອົາເອກະລາດ, ອໍານາດອະທິປະໄຕ ມາສູ່ປະຊາຊົນລາວບັນດາເຜົ່າ ຊາດລາວແມ່ນຊາດໜຶ່ງ, ທີ່ມີປະຫວັດກໍາເນີດມາໄດ້ຫຼາຍພັນປີ, ເຄີຍມີມູນເຊື້ອດຸໝັ່ນໃນການອອກແຮງງານ, ມູນເຊື້ອສາມັກຄີປອງດອງ, ມູນເຊື້ອຮັກເຊື້ອແພງຊາດ, ມູນເຊື້ອວັດທະນະທໍາທີ່ເປັນເອກະລັກອັນດີງາມ, ເດັ່ນກວ່າໝູ່ແມ່ນມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈໍານົນທີ່ຈັກກະພັດຕ່າງຊາດເຂົ້າມາຮຸກຮານ, ບັນດາບັນພະບູລຸດລາວເຮົາໄດ້ມີການທ້ອນໂຮມ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພື່ອຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນລາວບັນດາເຜົ່າ,ໃນແຕ່ລະຍຸກ ແຕ່ລະສະໃໝສືບທອດຕໍ່ກັນມາຈົນເຖິງປະຈຸບັນ ຕະຫຼອດ 71 ປີແຫ່ງການນໍາພາພັກເຮົາໄດ້ແບກຫາບພາລະກໍາປະຫວັດສາດອັນຍິ່ງໃຫຍ່ ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກໍາ ປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ, ໃນຕໍ່ໜ້າພັກເຮົາຍິ່ງມີຄວາມຮັບຜິດຊອບອັນໜັກໜ່ວງ ຕໍ່ພາລະກໍາປະຫວັດສາດ ໃນເງື່ອນໄຂໃໝ່, ເພຶ່ອນໍາພາປວງຊົນລາວທັງຊາດປົກປັກຮັກສາປະເທດຊາດໄວ້ໝັ້ນຄົງ, ນໍາພາສ້າງສາພັດທະນາປະເທດຊາດ, ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສະຖານະພາບປະເທດດ້ອຍພັດທະນາ ຕາມແຜນທີ່ກໍານົດໄວ້ ກາຍເປັນປະເທດພັດທະນາ ແລະ ກ້າວຂຶ້ນຕາມທິດສັງຄົມນິຍົມດ້ວຍ 5 ທິດນໍາຂອງພັກຄື: ຢຶດໝັ້ນໃນແນວຄິດ-ທິດສະດີ ມາກ-ເລນິນ, ຢຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງ ບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ສືບຕໍ່ຢຶດໝັ້ນໃນທາດແທ້ຊົນຊັ້ນ ແລະ ມີຄວາມຈົງຮັກພັກດີ ຕໍ່ຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ, ເຊີດຊູລັກສະນະນໍາໜ້າຂອງພັກ ແລະ ຄວາມເປັນແບບຢ່າງ ທາງຈິດສໍານຶກ ແລະ ພຶດຕິກໍາຂອງສະມາຊິກພັກ, ຢຶດໝັ້ນຈິດໃຈສະຕິຊາດ, ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເສີມຂະຫຍາຍກໍາລັງແຮງພາຍໃນຊາດ, ສົມທົບກັບການພົວພັນຮ່ວມມືກັບພັກປະເທດເພື່ອນມິດ – ຍຸດທະສາດ ແລະ ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ, ຈາກພາຍນອກຢ່າງມີຫຼັກການ, ສ້າງເປັນກໍາລັງແຮງສັງລວມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃຫ້ໝັ້ນຄົງຍືນຍົງຢູ່ກັບຊາດລາວຕະຫຼອດໄປ, ພ້ອມນີ້ທ່ານຍັງໄດ້ຍົກເຫັນເຖິງມູນເຊື້ອ, ວັນນັກຮົບເສຍອົງຄະ ແລະ ວັນເສຍຊີວິດເພື່ອປະເທດຊາດ, ຄົບຮອບ 80 ປີ ແລະ ມູນເຊື້ອວັນ ສ້າງຕັ້ງ ແຂວງບໍລິຄໍາໄຊ, ຄົບຮອບ 42 ປີ ແລະ ເອກສານແຈ້ງການອີກຈໍານວນໜຶ່ງ .