ວັນທີ 29 ມັງກອນ 2026 ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ( 20 ມັງກອນ 1949 – 20 ມັງກອນ 2026 ) ແລະ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ(01 ກຸມພາ 1956 – 01 ກຸມພາ 2026),ໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງ ທ່ານໂກ່ ໄຊສົມບັດ ກຳມະການພັກແຂວງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ມີບັນດາຮອງຫົວໜ້າພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານທີ່ຂຶ້ນກັບເຂົ້າຮ່ວມ.ໃນພິທີ ທ່ານປະທານຍັງໄດ້ໃຫ້ກຽດເລົ່າຄືນ ປະຫວັດຄວາມເປັນມາ ການກໍາເນີດ, ການເຕີບໃຫຍ່ຂະຫຍາຍ
ຕົວ ແລະ ຜົນງານການເຄື່ອນໄຫວຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 77 ປີ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ, ຕະຫຼອດໄລຍະຜ່ານມາ ກອງທັບປະຊາຊົນລາວ ພ້ອມກັບປະຊາຊົນລາວບັນດາເຜົ່າໄດ້ດຳເນີນການປະຕິວັດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ ແລະ ເຮັດສຳເລັດໜ້າທີ່ການປະຕິວັດຊາດ ປະຊາທິປະໄຕ ປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975 ໃນປະຫວັດສາດ ກອງທັບປະຊາຊົນລາວສ້າງໄດ້ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຕະຫຼອດມາ ພ້ອມທັງເສີມຂະຫຍາຍ, ເພີ່ມພູນຄູນສ້າງໃຫ້ນັບມື້ມີຄຸນນະພາບດີຂຶ້ນເລື້ອຍໆ. ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ກໍ່ຕັ້ງ, ນໍາພາ ແລະ ສຶກສາອົບຮົມ ເວລາໃດກໍ່ມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ, ພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດ, ຮັກສາເຂດນໍ້າແດນດິນໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ມີຄວາມຈົງຮັກພັກດີ ມີຄວາມບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ເຂັ້ມງວດ ເດັດດ່ຽວໜຽວແໜ້ນ ພິລະອາດຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງຕໍ່ສູ້ເພື່ອຊາດ ເພື່ອອຸດົມການສັງຄົມນິຍົມ. ຕະຫຼອດໄລຍະ 77 ປີຜ່ານມາ ການກຳເນີດ, ສູ້ຮົບມີໄຊເຕີບໃຫຍ່ຂະຫຍາຍຕົວ ກອງທັບປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່, ສ້າງຜົນງານດີເດັ່ນ ແລະ ວິລະກໍາອັນລໍ້າເລີດໄວ້ໃນໜ້າປະຫວັດສາດຢ່າງສົມກຽດ, ກອງທັບຍາມໃດກໍ່ນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳເລັດໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືຜະເດັດການຂອງພັກ ແລະ ເປັນກອງທັບວິລະຊົນຂອງຊົນຊາດລາວ ແລະ ເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ(01 ກຸມພາ 1956 – 01 ກຸມພາ 2026) ຕື່ມອີກ.
