ພະແນກ ຍທຂ ແຂວງບໍລິຄໍາໄຊ ລົງເຜີຍແຜ່ນິຕິກໍາກົດໝາຍວຽກງານຄຸ້ມຄອງຂອບເຂດສະຫງວນທາງຫຼວງ ແລະ ຄຸ້ມການປຸກສ້າງ

ວັນທີ 27 ມັງກອນ 2026 ຜ່ານມານີ້ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄໍາໄຊ ໄດ້ລົງເຄື່ອນໄຫວເຜີຍແຜ່ນິຕິກໍາກົດໝາຍວຽກງານຄຸ້ມຄອງຂອບເຂດສະຫງວນທາງຫຼວງ ແລະ ຄຸ້ມການປຸກສ້າງ ຢູ່ທີ່ຫ້ອງປະຊຸມໃຫ່ຍເບີ1 ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໂດຍເປັນປະທານຮ່ວມຂອງ ທ່ານ ບຸນພອນ ເລີດບຸດດີ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ໄຂທອງ ຄໍາສູນທອນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີບັນດາ ທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ຫົວໜ້າຫ້ອງການ, ພະນັກງານລັດທະກອນ, ຄະນະຮັບຜິດຊອບຂັ້ນເເຂວງ ແລະ ອໍານາດການປົກຄອງພໍ່ເເມ່ປະຊາຊົນບ້ານນໍ້າອ້ອນເຂົ້າຮ່ວມ.
ໃນວາລະຂອງກອງປະຊຸມຄະນະຮັບຜິດຊອບຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຂຶ້ນເຜີຍເເຜ່ເຊື່ອມຊຶມດໍາລັດ ຂອງລັດຖະບານ ເລກທີ 185/ລບ, ລົງວັນທີ 20 ມິຖຸນາ 2022 ວ່າດ້ວຍເຂດສະຫງວນຂອງທາງຫຼວງ; ຂໍ້ຕົກລົງ ຂອງລັດທະມັນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 2241/ຍທຂ, ລົງວັນທີ 31 ມັງກອນ 2019 ວ່າດ້ວຍການຄຸ້ມການປຸກສ້າງ, ຈຸດປະສົງກໍ່ເພື່ອເຜີຍແຜ່ເຊື່ອມຊຶມລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາເຂດສະຫງວນທາງຫຼວງເພື່ອບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຄອບຄອງທໍາລາຍ, ໂຄງປະກອບ ແລະ ສິ່ງປ້ອງກັນຄວາມປອດໃພຂອງທາງຫຼວງ ຫຼື ກໍ່ສ້າງໃດໜຶ່ງ ໃນເຂດທາງສະຫງວນໂດຍບໍ່ໄດ້ຮັບອານຸຍາດ ແລະ ການຄຸ້ມຄອງການປຸກສ້າງໃນຕົວເມືອງ ເພື່ອຮັບປະກັນໃຫ້ຜູ້ຂໍອານຸຍາດໄດ້ຮັບຄວາມສະດວກ, ສະບາຍວ່ອງໄວ ແລະ ໂປ່ງໃສພ້ອມທັງຮັບປະກັນສິ່ງປຸກສ້າງໃຫ້ມີຄວາມເປັນລະບຽບຮຽບຮ້ອຍສວຍງາມ, ປອດໄພ, ມີສຸຂະອານາໄມ, ມີເອກະລັກກົມກືນກັບສະພາບສິ່ງເເວດລ້ອມອ້ອມຂ້າງ ແລະ ຖືກຕ້ອງຕາມແຜນຜັງເມືອງທີ່ໄດ້ກໍານົດໄວ້ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ງຮາກຖານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa