
ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ປະຈໍາປີ 2025 ແລະ ກໍານົດທິດທາງແຜນການ-ມາດຕະການ ປະຈໍາປີ 2026 ຂອງພາສີປະຈໍາແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 27 ມັງກອນ 2026 ທີ່ຫ້ອງປະຊຸມຂອງຕົນ ພາຍໃຕການເປັນປະທານຂອງ ທ່ານ ພູເຂົາຄໍາ ວັນນະວົງໄຊ ຄະນະພັກກະຊວງ ຫົວໜ້າກົມພາສີ ໃຫ້ກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ແກ້ວວິລາ ທິບດາລາ ຫົວໜ້າພາສີປະຈໍາແຂວງ ມີແຂກຖືກເຊີນ ຈາກພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດ ຄະນະພາສີ ຫົວໜ້າຂະແຫນງທີ່ຂຶ້ນກັບ ພະນັກງານຫຼັງແຫຼ່ງ ພາຍໃນຂະແຫນງການຂອງຕົນເຂົ້າຮ່ວມ.

ພາສີປະຈໍາແຂວງບໍລິຄໍາໄຊ ປະກອບມີ ດ່ານພາສີສາກົນ 2 ແຫ່ງ, ດ່ານປະເພນີ 4 ແຫ່ງ, ດ່ານພາສີທ້ອງຖິ່ນ 1 ແຫ່ງ ແລະ ຂະ
ແໜງສັງລວມ ແລະ ແກ້ໄຂຄະດີ. ຄຸ້ມຄອງວຽກງານວິຊາສະເພາະຕາມສາຍຕັ້ງ ແລະ ຂຶ້ນກັບກົມພາສີ ກະຊວງການເງິນ. ມີພະນັກງານພາສີທັງໝົດຈໍານວນ 47 ທ່ານ ຍິງ 14 ທ່ານ. ຕະຫຼອດໄລຍະຜ່ານມາ ຄະນະພັກ – ຄະນະນໍາພາສີປະຈໍາແຂວງ ໄດ້ເອົາໃຈໃສ່ນໍາພາອົບຮົມ ການເມືອງແນວຄິດ ສະມາຊິກພັກ – ພະນັກງານ ໃຫ້ມີແນວຄິດຫຼັກໝັ້ນ ອຸ່ນອຽງທຸ່ນທ່ຽງ ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຜັນແປຕ່າງໆ ສະມາຊິກພັກ – ພະນັກງານ ແມ່ນມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ ແລະ ພ້ອມກັນສະກັດກັ້ນ ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນໜ່ວຍພັກ ແລະ ສັງຄົມ. ໃນນີ້ການຈັດຕັ້ງປະຕິບັດ ວຽກງານການຈັດເກັບລາຍຮັບ ໃນປີ 2025 ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ຈໍານວນ 1,102 ຕຶ້ກີບ ເທົ່າກັບ 169.54% ຂອງແຜນການປີ 2025 ລື່ນແຜນການຈັດເກັບລາຍຮັບ 69,54% ຄິດເປັນເງິນ 452 ຕື້ກີບ.

ໄດ້ເອົາໃຈໃສ່ ວຽກງານຕ້ານ ແລະ ສະກັດກັ້ນ ການລັກລອບໜີພາສີໄດ້ຈໍານວນ 943 ຄະດີ ສະສາງແລ້ວ ຈໍານວນ 943 ຄະດີ ໃນນີ້້ຄະດີທົ່ວໄປ 1 ຄະດີ ແລະ ຄະດີພາຫະນະນໍາເຂົ້າບໍ່ຖືກຕ້ອງ 942 ຄະດີ ຄ້າງສະສ້າງ 2 ຄະດີ. ມອບເປັນເງິນເຂົ້າງົບປະມານທັງໝົດ 48.33 ຕື້ກີບ. ໂດຍລວມແລ້ວ ຄະນະພັກ ຄະນະນໍາໃນແຕ່ລະຂັ້ນ ແມ່ນໄດ້ສຸມໃສ່ສ້າງການຫັນປ່ຽນຢ່າງແຂງແຮງ, ປະຕິຮູບວຽກງານພາສີ ໃຫ້ທັນກັບສະພາບການ ໂດຍໄດ້ເພີ່ມທະວີວຽກງານສືບສວນສອບສວນ ແລະ ປາບປາມການລັກລອບໜີພາສີ ຢູ່ຕາມດ່ານພາສີຊາຍແດນ ແລະ ລຽບຊາຍແດນ ເພື່ອເປັນເງື່ອນໄຂ ແລະ ທ່າແຮງບົ່ມຊ້ອນໃນການຈັດເກັບລາຍຮັບ, ພ້ອມກັນນັ້ນກໍ່ໄດ້ຄຸ້ມຄອງດ້ານມູນຄ່າການແຈ້ງພາສີ ນໍາໃຊ້ລະບົບເອເລັກໂຕຼນິກ ໃນການຄຸ້ມຄອງຈັດເກັບລາຍຮັບ ແລະ ສ້າງສິ່ງອໍານວຍຄວາມສະດວກໃນການນໍາເຂົ້າ – ສົງອອກ. ຄຸ້ມຄອງການນໍາເຂົ້າວັດຖຸ – ອຸປະກອນ ພາຫະນະກົນຈັກ ທີ່ນໍາເຂົ້າໃນຮູບແບບງົດເກັບ, ຍົກເວັ້ນ ແລະ ຫຼຸດຜ່ອນພາສີ ຂອງບັນດາໂຄງການລົງທຶນຕ່າງໆ ໃຫ້ນໍາໃຊ້ຖືກຕ້ອງຕາມເປົ້າໝາຍກໍານົດ. ພ້ອມນີ້ໃນຕ້ອນທ້າຍຂອງພິທີຍັງໄດ້ຮັບຟັງການຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງການເງິນ ວ່າດ້ວຍການມອບໃບຍ້ອງຍໍ ໃຫ້ກັບ ພະນັກງານຫຼັກແຫຼ່ງ ພາສີປະຈໍາແຂວງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງເຄື່ອນໄຫວວຽກງານ ປະຈໍາປີ 2025 ໃນໄລຍະຜ່ານມາ ເຊິ່ງໃຫ້ກຽດຂຶ້ນມອບໃບຍ້ອງຍໍໃນຄັ້ງນີ້ ໂດຍແມ່ນ ທ່ານ ພູເຂົາຄໍາ ວັນນະວົງໄຊ ຄະນະພັກກະຊວງ ຫົວຫນ້າກົມພາສີ.
