
ພິທີມອບຮັບໜ້າທີ່ລະຫວ່າງຫົວໜ້າຫ້ອງວ່າການແຂວງ ແລະ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2025 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຕາງໜ້າພະແນກການ ຂະແໜງການ ອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານ-ວິຊາການທັງສອງພາກສ່ວນເຂົ້າຮ່ວມ.
ໃນພິທີ ທ່ານ ເພັດສະໄໝ ໄຊຍະທິຈັກ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 723 ລົງວັນທີ 31 ຕຸລາ 2025 ວ່າດ້ວຍການຍົກຍ້າຍ ທ່ານ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຫ້ອງວ່າການແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 707 ລົງວັນທີ 23 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ລົມເຢັນ ສີສຸວົງ ກຳມະການພັກແຂວງ ຮອງປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ໄປຮັບໜ້າທີ່ໃໝ່ເປັນເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແຕ່ຍັງເປັນຮອງປະທານຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ຄວບຕຳແໜ່ງ

ໃນພິທີບັນດາທ່ານທີ່ຖຶກຍົກຍ້າຍຍັງໄດ້ຜ່ານບົດສະຫຼຸບລາຍງານຫຍໍ້ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມທັງລົງນາມເຊັນບົດບັນທຶກມອບຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ສົມໃຈ ຄູນພະໄຊ ຫົວໜ້າຫ້ອງວ່າການແຂວງຜູ້ເກົ່າ ແລະ ທ່ານ ທອງມະນີ ໂຄດປັນຍາ ຫົວໜ້າຫ້ອງວ່າການຜູ້ໃໝ່ ແລະ ຊັນບົດບັນທຶກມອບຮັບໜ້າທີ່ ເລຂາຄະນະບໍລິຫານງານຊຸາວໜູ່ມແຂວງ ລະຫວ່າງ ທ່ານ ທອງມະນີ ໂຄດປັນຍາ ຜູ້ເກົ່າ ແລະ ທ່ານ ປອ ລົມເຢັນ ສີສຸວົງ ເລຂາຄະນະບໍລິຫານງາ
ນຊາວໜຸ່ມແຂວງ ຜູ້ໃໝ່ ໂດຍຊ້ອງໜ້າທ່ານເລຂາພັກແຂວງ ພ້ອມດ້ວຍແຂກຖືກເຊີນ ຈາກພະແນກການຂະແໜງການທີ່ກ່ຽວຂ້ອງ ອ້ອມຂ້າງຖືກເຊີນເຂົ້າຮ່ວມ.
