ມອບຮັບໜ້າທີ່ ຫົວໜ້າພະແນກ ການເງິນແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບຮັບໜ້າທີ່ ຫົວໜ້າພະແນກ ການເງິນແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສອນທະນູ ທຳມະວົງ ເລຂາຄະນະບໍລິຫານງານພັກແຂວງ,ມີບັນດາ ກຳມະການພັກແຂວງ, ຕາງໜ້າພະແນກການ ຂະແໜງການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານ-ວິຊາການເຂົ້າຮ່ວມ.

ໃນພິທີ ທ່ານ ຄຳປຸ່ນ ສີຫາລາດ ກຳມະການ ຄະນະກຳມະການປົກຄອງແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງລັດຖະມົນຕີກະຊວງການເງິນສະບັບເລກທີ 3792 /ກງ ລົງວັນທີ 28 ຕຸລາ 2025 ວ່າດ້ວຍການຍົກຍ້າຍພະນັກງານຂະແໜງການເງິນ ໄປຮັບໜ້າທີ່ໃໝ່ຢູ່ຂະແໜງການອື່ນ ລັດຖະມົນຕີກະຊວງການເງິນຕົກລົງ ຍົກຍ້າຍທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງສະບັບເລກທີ 119 /ສພຂ, ລົງວັນທີ 29 ຕຸລາ 2025 ວ່າດ້ວຍການຮັບຮອງເອົາຮອງປະທາປົກຄອງແຂວງ ແລະ ກຳມະການ ຄະນະກຳມະການປົກຄອງແຂວງ ກອງປະຊຸມຕົກລົງແຕ່ງຕັ້ງທ່ານ ບຸນລ້ຽງ ດວງສະເພົາທອງ ເປັນຮອງປະທານຄະນະກຳມະການປົກຄອງແຂວງ ແລະ ແຕ່ງຕັ້ງທ່ານ ພັນແສງ ວິພາວັນ ເປັນກຳມະການ ຄະນະກຳມະການປົກຄອງແຂວງ ເປັນຫົວໜ້າພະແນກການເງິນແຂວງ

ໃນພິທີທ່ານທີ່ຖຶກຍົກຍ້າຍຍັງໄດ້ຜ່ານບົດສະຫຼຸບລາຍງານຫຍໍ້ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມທັງລົງນາມເຊັນບົດບັນທຶກມອບຮັບໜ້າທີ່ ລະຫວ່າງຫົວໜ້າພະແນກ ການເງິນແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍຊ້ອງໜ້າ ທ່ານ ປອ ສອນທະນູ ທຳມະວົງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍແຂກຖືກເຊີນ ຈາກພະແນກການຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa