ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຄະນະຈັດຕັ້ງແຂວງ ແລະ ປະທານກວດກາພັກແຂວງຜູ້ເກົ່າ ແລະ ຜູ້ໃໝ

 
           ພິທີມອບຮັບໜ້າທີ່ລະຫວ່າງຫົວໜ້າຄະນະຈັດຕັ້ງແຂວງຜູ້ເກົ່າ ແລະ ຜູ້ໃໝ່ ປະທານກວດກາພັກແຂວງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 5 ພະຈິກ 2025 ນີ້ ຢູ່ທີ່ຫ້ອງປະຊຸມເບີ 2 ຂອງແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີຕາງໜ້າພະແນກການ ຂະແໜງການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານ-ວິຊາການທັງສອງພາກສ່ວນເຂົ້າຮ່ວມ.
          ໃນພິທີທ່ານ ຄໍາປຸ່ນ ສີຫາລາດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 987/ຄລສພ, ລົງວັນທີ 3 ຕຸລາ 2025 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງເລກທີ 78/ສພຊ, ລົງວັນທີ 20 ມີນາ 2025 ໜວດທີ IV ມາດຕາ 20 ກຽ່ວກັບສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ອີງຕາມມະຕິຕົກລົງຂອງຄະນະບໍລິຫານງານພັກແຂວງ ສະບັບເລກທີ 595/ຄບພ.ຂ, ລົງວັນທີ 24 ກັນຍາ 2025 ອີງຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 1883/ຄຈສພ ລົງວັນທີ 17 ຕຸລາ 2025 ເຈົ້າແຂວງຕົກລົງເຫັນດີແຕ່ງຕັ້ງ ທ່ານ ເພັດສະໃໝ ໄຊຍະທິຈັກ ເປັນຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊຜູ້ໃໝ່ ພ້ອມທັງຈັດພິທີມອບ – ຮັບ ລະຫວ່າງທ່ານ ບຸນສົງ ເພັດຈະເລີນຫົວໜ້າຄະນະຈັດຕັ້ງຜູ້ເກົ່າ ພັກການ ຮັບອຸດໜູນບຳນານ  ແລະ ທ່ານ ເພັດສະໃໝ ໄຊຍະທິຈັກ ຫົວໜ້າຄະນະຈັດຕັ້ງແຂວງຜູ້ໃໝ່.
          ໃນວາລະດັ່ງກ່າວຍັງໄດ້ຈັດພິທີ ມອບຮັບໜ້າທີ່ປະທານກວດກາພັກແຂວງຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ປອ  ດວງຕາ ມໍລາຄາສຸກ ປະທານກວດກາພັກຜູ້ເກົ່າ ກັບ ທ່ານ ສົມສົດ ແສງອາພອນ ປະທານກວດກາພັກແຂວງຜູ້ໃໝ່ ໃຫ້ກຽດມອບຂໍ້ຕົກລົງໃນຄັ້ງນີ້ໂດຍແມ່ນທ່ານ ເລື່ຶອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມນີ້ໃນພິທີຫົວໜ້າຄະນະຈັດຕັ້ງແຂວງ ແລະ ປະທານກວດກາ ພັກແຂວງ ຍັງໄດ້ຜ່ານບົດສະຫຼຸບລາຍງານຫຍໍ້ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມທັງລົງນາມເຊັນບົດບັນທຶກມອບ – ຮັບໜ້າທີ່ ລະຫວ່າງ ປະທານກວດກາພັກແຂວງຜູ້ເກົ່າ ກັບ ຜູ້ໃໝ່ ແລະ ຫົວໜ້າຄະນະຈັດຕັ້ງແຂວງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍຊ້ອງໜ້າທ່ານຮອງເລຂາພັກແຂວງ ພ້ອມດ້ວຍແຂກຖືກເຊີນ ຈາກພະແນກການຂະແໜງການທີ່ກຽ່ວຂ້ອງ ອ້ອມຂ້າງຖືກເຊີນເຂົ້າຮ່ວມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa