
ພິທີ ມອບຮັບໜ້າທີ່ລະຫວ່າງຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2025 ນີ້ ຢູ່ທີ່ຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດສະໃໝ ໄຊຍະທິຈັກ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຕາງໜ້າພະແນກການ ຂະແໜງການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານ ແລະ ວິຊາການຄະນະໂຄສະນາອົບຮົມແຂວງ ແລະ ເມືອງເຂົ້າຮ່ວມ.
ໃນພິທີຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງເລກທີ 732/ຂບຊ,ລົງວັນທີ 31 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ວັນໄຊ ເງຍຈັນທະສອນ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍລິຄຳໄຊຜູ້ໃໝ່ ປ່ຽນແທນທ່ານ ອຸດອນ ສອນສຸລິນ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ເປັນເລຂາຄະນະບໍລິຫານງານພັກເມືອງທ່າພະບາດ

.ໃນພິທີດັ່ງກ່າວນີ້ ທ່ານ ເພັດສະໃໝ ໄຊຍະທິຈັກ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຄັ້ງແຂວງ ໃຫ້ກຽດມອບຂໍ້ຕົກລົງແຕ່ງຕັ່ງ,ພ້ອມນີ້ໃນພິທີ ທ່ານ ອຸດອນ ສອນສຸລິນ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ຍັງໄດ້ຜ່ານບົດສະຫຼຸບລາຍງານຫຍໍ້ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມທັງລົງນາມເຊັນບົດບັນທຶກມອບຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ກັບ ຜູ້ໃໝ່,ໂດຍຊ້ອງໜ້າທ່ານຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍແຂກຖືກເຊີນ ຈາກພະແນກການຂະແໜງການທີ່ກຽ່ວຂ້ອງ ອ້ອມຂ້າງຖືກເຊີນເຂົ້າຮ່ວມ.
