ລັດ ແລະ ນັກທຸລະກິດ ແຂວງ ບໍລິຄຳໄຊ ຫາລືການນຳເຂົ້າ-ສົ່ງອອກສິນຄ້າ

ກອງປະຊຸມປຶກສາຫາລືການນຳເຂົ້າ-ສົ່ງອອກ, ເຄື່ອນຍ້າຍສິນຄ້າ, ການຂົນສົ່ງ ແລະ ການນດຳເນີນທຸລະກິດພາຍໃນແຂວງ ລະຫວ່າງພາກລັດ ແລະ ພາກທຸລະກິດໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 15 ມັງກອນ 2026 ຢູ່ຫ້ອງປະຊຸມພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ມີຄະນະກຳມະການ ຄູ້ມຄອງນຳເຂົ້າ-ສົ່ງອອກສິນຄ້າຂັ້ນແຂວງ, ຜູ້ປະກອບການຫົວໜ່ວຍທຸລະກິດເຂົ້າຮ່ວມ.
ທ່ານ ໂພສອນ ທາລາພອນ ຮອງຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ຕາງໜ້າໃຫ້ກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງແຂວງ ລາຍງານ ການຈັດຕັ້ງວຽກງານຮອບດ້ານ 1 ປີຜ່ານມາ, ຍົກໃຫ້ເຫັນຂໍ້ສະດວກຂໍ້ຫຍູ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ລົງເກັບກຳຂໍ້ມູນຄືນຈຸດກວດກາຕາມສາຍທາງ ພາຍໃນແຂວງບໍລິຄຳໄຊ ປະຈຸບັນຈຸດກວດກາທັງໝົດ 12 ຈຸດ, ໃນເມື່ອກ່ອນແມ່ນ 13 ຈຸດ ຫຼຸດລົງ 01 ຈຸດຈາກປີຜ່ານມາ; ອໍານວຍຄວາມສະດວກໃຫ້ລົດເປົ່າປ້າຍຕ່າງປະເທດເຂົ້າມາຮັບສິນຄ້າປະເພດ ກະສິກຳຕາມການອະນຸຍາດຂອງກົມຂົນສົ່ງ ລວມທັງໝົດ 06 ຄັ້ງ, ຈໍານວນ 364 ຄັນ, ແຂວງອະນຸຍາດ 08 ຄັ້ງ, ຈໍານວນ 308 ຄັນ, ລາຍງານຂັ້ນແຂວງການອະນຸຍາດແລ່ນລົດຂົນສົ່ງໂດຍສານ, ປາກຊັນ-ບຶງການຜ່ານ ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ພ້ອມທັງໄດ້ສົມທົບກັບກົມຂົນສົ່ງລົງກວດກາຄິວລົດໂດຍສານປາກຊັນ-ບຶງການ, ຈຸດຂົນສົ່ງລະຫວ່າງສົ້ນຂົວຢູ່ຂົວມິດຕະພາບແຫ່ງທີ V ເກັບກຳ, ສັງລວມເປີດກອງປະຊຸມລະຫວ່າງພາກລັດ ແລະ ພາກທຸລະກິດພາຍໃນແຂວງສາມາດ ສະຫຼຸບ ແລະ ແກ້ໄຂບັນຫາ ໄດ້ທັງໝົດ 06 ບັນຫາຄື: ການຊໍາລະຄ່າໄຟຟ້າດ້ວຍສະກຸນເງິນໂດລາ ເຊິ່ງບາງບໍລິສັດແມ່ນມີຄວາມຕ້ອງການຊຳລະເປັນເງິນກີບ, ບັນຫາການສົ່ງຄືນອາກອນມູນຄ່າເພີ່ມ (VAT) ສໍາລັບບິນໄຟຟ້າ, ເຫັນດີໃຫ້ເມືອງເປັນຜູ້ແຕ່ງຕັ້ງຄະນະກຳມະການສ້າງຕັ້ງລານເກັບຊື້ມັນຕົ້ນ ແລະ ຢາງພາລາໂດຍແມ່ນໃຫ້ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເປັນໃຈກາງຮ່າງເອກະສານ ໃຫ້ປະທານຄະນະກຳມະການປົກຄອງເມືອງ ອອກຂໍ້ຕົກລົງ, ເຫັນດີໃຫ້ມີການກຳນົດລາຄາກາງເພື່ອຄວາມເປັນເອກະພາບກັນພາຍໃນແຂວງ ແລະ ເປັນພື້ນຖານໃນການຄິດໄລ່ເສຍອາກອນເພື່ອສົ່ງອອກ, ການນໍາເຂົ້າລົດມາຈາກຕ່າງປະເທດເພື່ອກແກ່ສິນຄ້າຕາມລະດູການ ສໍາລັບ ປີ 2026 ນີ້ເຫັນດີໃຫ້ປະຕິບັດ ຕາມແຈ້ງການ ພະແນກ ໂຍທາທິການຂົນສົ່ງແຂວງ ທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ຊິງຊັ່ງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງລົງກວດກາຈັດຕັ້ງປະຕິບັດ. ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມປະຊຸມຈາກກົມກອງ, ຂະແໜງການ ກໍ່ຄືຫົວໜ່ວຍທຸລະກິດໄດ້ປະກອບຄຳເຫັນ ຢ່າງກົງໄປກົງມາ ແລະ ໄດ້ສະເໜີບາງຄຳເຫັນໂດຍສະເພາະຂອດຫຍູ້ງຍາກຂອງການຈໍລະຈອນເອະສານຂອງຜູ້ປະກອບການທຸລະກິດ. ຂັ້ນຕອນການນຳເຂົ້າ-ສົ່ງອອກສິນຄ້າ, ຄ່າໃຊ້ຈ່າຍພາຍຫຼັງເປີດນຳໃຊ້ຂົວແຫ່ງທີ 5 ລວມທັງການບໍລິການ, ສັງລວມພາກລັດຕ້ອງເປັນທ່າແຮງສໍາຄັນໃນການກະຕຸກຊຸກຍູ້ ຊ່ວຍເຫຼືອພັກດັນບັນດາຫົວໜ່ວຍທຸລະກິດ ທັ້ງນີ້ກໍ່ເພື່ອເຮັດໃຫ້ຜູ້ຜະລິດ, ຜູ້ປະກອບການທຸລະກິດ ແລະ ພາກລັດໄດ້ຮັບຜົນປະໂຫຍດຮ່ວມກັນ. 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa