
ອາທິດຜ່ານມານີ້ ສະຫະພັນກຳມະການພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີຫວນຄືນມູນເຊື້ອປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 70 ປີ (ວັນທີ 1 ກຸມພາ 1956 – 1 ກຸມພາ 2026) ຂຶ້ນຢູ່ຫ້ອງປະຊຸມຂອງຕົນໃຫ້ກຽດຂຶ້ນຫວນຄືນວັນສຳຄັນຄັ້ງນີ້ ໂດຍ ທ່ານ ອຸທອນ ສິງຫາດວງປັນຍາ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງບໍລິຄຳໄຊ ມີປະທານ, ຄະນະປະທານ ສະມາຊິກກຳມະບານ ທົ່ວພະແນກເຂົ້າຮ່ວມ.

ທ່ານ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວ ຜົນງານທີ່ພົ້ນເດັ່ນຂອງສະຫະພັນກໍາມະບານລາວໃນໄລຍະ 70 ປີຜ່ານມາ ທິດທາງການພັດທະນາສະຫະພັນກໍາມະບານລາວໃນຕໍ່ຫນ້າ. ປີ 1893 ປະເທດລາວຕົກຢູ່ໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນ ຜູ້ອອກແຮງງານລາວບັນດາເຜົ່າຢ່າງໂຫດຮ້າຍທາລຸນ, ບັງຄັບເກັບເກນເອົາຊາວໄຮ່ນາໄປເປັນກໍາມະກອນຮັບຈ້າງ, ເປັນກຸລີຮັບໃຊ້ເຂົາເຈົ້າຕາມລະດູການ, ກໍາມະກອນຈຶ່ງໄດ້ລຸກຮືຂຶ້ນຕໍ່ສູ້ໂດຍເລີ່ມຈາກ ການຕໍ່ສູ້ທີ່ມີລັກສະນະເກີດຂຶ້ນເອງໄດ້ກາຍເປັນຂະບວນ ແຜ່ລາມອອກຢ່າງກວ້າງຂວາງໃນທົ່ວປະເທດ, ໄດ້ນໍາພາໂດຍບັນພະບູລຸດຜູ້ຮັກຊາດແຕ່ເຫນືອຮອດໃຕ້ໄດ້ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດ, ແຕ່ຂະບວນການຕໍ່ສູ້ໄລຍະນັ້ນບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນໍາພາ, ມາຮອດວັນທີ 3 ກຸມພາ 1930 ພັກຄອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ, ເປັນຂີດຫມາຍແຫ່ງບາດລ້ຽວໃຫມ່ຂອງຂະບວນການຕໍ່ສູ້ຊົນຊັ້ນ ກໍາມະກອນລາວ, ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ,

ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກໍາມະບານຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ຫມັ້ນແຂວງຫົວພັນ ແລະ ໄດ້ມອບຫມາຍໃຫ້ ສະຫາຍ ສິສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ. ອົງການຈັດຕັ້ງກໍາມະບານລາວ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາກໍ່ໄດ້ຕັ້ງຫນ້າເຄື່ອນໄຫວ, ກໍ່ສ້າງ, ປັບປຸງບູລະນະການຈັດຕັ້ງ ຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍ ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານສະຫະພັນກໍາມະບານກໍ່ຄືສະມາຊິກກຳມະບານທຸກທ່ານ ຈົ່ງໄດ້ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນເຊີດຊູຄວາມຮັບຜິດຊອບເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຜັນຂະຫຍາຍຂໍ້ແຂ່ງຂັນເຂົ້າໃນວຽກງານຂອຕົນເອງຮັບຜິດຊອບ. ໂອກາດທີ່ສະຫະພັນກຳມະການພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ຫວນຄືນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ສະມາຊິກກໍາມະບານຈຳນວນ 5 ສະຫາຍໄດ້ສະໝັກໃຈບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມຕື່ມອີກ.
