
ວັນທີ 19 ພະຈິກ 2025 ຢູ່ຫ້ອງປະຊຸມຂອງຕົນ ຫ້ອງວ່າການແຂວງ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງວ່າການແຂວງ ແລະ ຫົວໜ້າຂະແໜງ, ຮອງຂະແໜງຂຶ້ນໂດຍການເປັນປະທານຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ, ມີບັນດາ ຫົວໜ້າຫ້ອງວ່າການ, ພະແນກການ, ຫົວໜ້າຂະແໜງ ຮອງຂະແໜງ , ພະນັກງານ-ລັດຖະກອນ ພາຍໃນເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ສົມເພັດ ຄຳມະນີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 773/ຂບຊ, ລົງວັນທີ 14 ພະຈິກ 2025 ແລະ ຂໍ້ຕົກລົງສະບັບເລກທີ 765/ຂບຊ, ລົງວັນທີ 12 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງທ່ານ ຄໍາປະເສີດ ປັນຍານຸວົງ ແລະ ທ່ານ ພອນສະຫວັນ ວົງສາວົນທອງ ເປັນຮອງຫົວໜ້າຫ້ງວ່າການແຂວງ ແລະ ຂໍ້ຕົກລົງສະບັບເລກທີ 662/ຂບຊ ລົງວັນທີ 8 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ຂັນທະນູທອງ ຈະເລີນສຸກ ຮັກສາການ ຫົວໜ້າຂະແໜງບໍລິຫານ,ພິທີການ ແລະ ການເງິນ ຂຶ້ນຫົວໜ້າຂະແໜງບໍລິຫານ,ພິທີການ ແລະ ການເງິນ, ທ່ານ ນາງ ວານິດາ ລາດຊະວົງ ແລະ ທ່ານ ແຊງ ໄຊສົງຄາມ ພະນັກງານວິຊາການຂະແໜງບໍລິຫານ,ພິທີການ ແລະ ການເງິນ ຂຶ້ນເປັນຮອງຫົວໜ້າຂະແໜງບໍລິຫານ,ພິທີການ ແລະ ການເງິນ
ຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກທ່ານປະທານເຊີ່ງທ່ານໄດ້ຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນໃນການຊັບຊ້ອນແຕ່ງຕັ້ງບູກຄະລາກອນແມ່ນເປັນການຈັດວາງບູກຄະລາກອນໃຫ້ຖືກຕ້ອງຕາມຕຳແໜ່ງງານສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງຈົ່ງໄດ້ຍົກສູງຄວາມຮັບຜິດຊອບປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍກຳແໜ້ນບົດບາດສິດໜ້າທີ່ວຽກງານໃຫ້ສຳເລັດຕາມແຜນການທີ່ວາງໄວ້.