ຮອງລັດຖະມົນຕີກະຊວງສາທາລະນະສຸກ ລົງມາຊຸກຍູ້ຕິດຕາມ ວຽກງານປິ່ນປົວ ແລະ ບຳບັດຜູ້ຕິດສິ່ງເສບຕິດ ຢູ່ໂຮງໝໍເມືອງປາກກະດິງ

ວັນທີ 26 ມັງກອນ 2026ນີ້, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທິມງານ ໄດ້ລົງໄປຊຸກຍູ້ຕິດຕາມ ວຽກງານປິ່ນປົວ ແລະ ບຳບັດຜູ້ຕິດສິ່ງເສບຕິດ ຢູ່ໂຮງໝໍເມືອງປາກກະດິງ, ໂດຍການນຳພາທາງຂອງ ທ່ານ ດຣ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງບໍລິຄຳໄຊ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ ບຸນໄທ ໄຊພັກດີ ຫົວໜ້າຫ້ອງການສາທາລະນະສຸກເມືອງປາກກະດິງ ພ້ອມດ້ວຍຄະນະ ແລະ ພະນັກງານແພດໝໍ ຢູ່ທີ່ຫ້ອງປະຊຸມຫ້ອງການຂອງຕົນ.
ທ່ານ ດຣ ບຸນໄທ ໄຊພັກດີ ຫົວໜ້າຫ້ອງການສາທາລະນະສຸກເມືອງປາກກະດິງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານສາທາລະນະສຸກໃນໄລຍະຜ່ານມາໂດຍລວມ. ສຳລັບວຽກງານປິ່ນປົວ ແລະ ບຳບັດຜູ້ຕິດສິ່ງເສບຕິດແມ່ນໄດ້ເລີ່ມຕົ້ນໂຄງການຈັດຕັ້ງປະຕິບັດໃນປີ 2018 ເຊິ່ງແມ່ນໂຄງການຂອງ ປກສ ວ່າດ້ວຍ ການລົງບຳບັດ ປິ່ນປົວຜູ້ຕິດຢາເສບຕິດ ຢູ່ຊຸມຊົນ, ໂດຍແຂວງບໍລິຄໍາໄຊກໍານົດຈຸດສຸມເປີດເປັນທາງການ ຢູ່ບ້ານນໍ້າເດື່ອ. ມື້ເປີດໄດ້ເອົາກຸ່ມຄົນຜູ້ຕິດຢາເຂົ້າຮ່ວມ, ມີ 2 ບ້ານ ຄື: ນໍາເດື່ອ ແລະ ບ້ານນາເຄືອນອກ ເປັນບ້ານທົດລອງ.
ດ້ານຫ້ອງການສາທາລະນະສຸກ ກໍ່ຄືໂຮງໝໍເມືອງ ໄດ້ເຂົ້າຮ່ວມນໍາໂຄງການດັ່ງກ່າວ ເຊິ່ງເປັນຜູ້ໃຫ້ຄໍາປຶກສາ ແລະ ປິ່ນປົວ, ໂດຍກຳນົດເອົາສຸກສາລານໍ້າຄູ້ເປັນບ່ອນໃຫ້ຄໍາປຶກສາ-ປິ່ນປົວ ແລະ ໄດ້ແຕ່ງຕັ້ງ ທິມງານ ແພດໝໍຮັບຜິດຊອບຢູ່ໂຮງໝໍເມືອງ. ຫຼັງຈາກບໍລິການມາໄດ້ໃນໄລຍະໜຶ່ງ, ເຫັນວ່າບໍ່ມີຄົນຕິດຢາເຂົ້າມາບໍລິການ, ຈຶ່ງໄດ້ຫັນລົງສູ່ຊຸມຊົນກໍ່ຄືບ້ານນໍ້າເດື່ອ ແລະ ບ້ານນາເຄືອນອກ ໂດຍໄດ້ລົງໄປສົມທົບກັບ ປກສ ກຸ່ມ ແລະ ອຳນາດການປົກຄອງເປັນຜູ້ໃຫ້ຂໍ້ມູນ, ມີການຖາມປະຫວັດຕາມແບບຟອມປະເມີນລະອຽດ ວ່າບຸກຄົນດັ່ງກ່າວຢູ່ຂັ້ນໃດ? ສົມຄວນ ຈະໄດ້ຮັບການປິ່ນປົວ ຢູ່ຊຸມຊົນ, ຢູ່ໂຮງໝໍ ຫຼື ເຂົ້າສູນບຳບັດ.
ໃນການປິ່ນປົວມີຄົນເຂົ້າຮ່ວມທັງໝົດ 23 ຄົນ, ໄດ້ຮັບການປິ່ນປົວ ແລະ ຕິດຕາມເປັນໄລຍະເວລາ 3 ຫາ 6ເດືອນ. ຜົນໄດ້ຮັບຈາກ 23 ຄົນນັ້ນ ແມ່ນໄດ້ມີການປະເມີນຄືນ ເຊິ່ງຜູ້ຕິດຢາທີ່ໄດ້ຮັບການປິ່ນປົວ ແລະ ຕິດຕາມຕໍ່ເນື່ອງ ມີ 10 ຄົນ, ສ່ວນທີ່ເຫຼືອແມ່ນບໍ່ໄດ້ເຂົ້າຮ່ວມຕາມໄລຍະເວລາທີ່ໄດ້ກຳນົດໄວ້ ແລະ ໂຄງການນີ້ແມ່ນໄດ້ຢຸດໃນປີ 2021, ເພາະໄດ້ເປີດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນປີ 2021-2023.
ພ້ອມດຽວກັນນີ້, ບັນດາທ່ານທິມງານກໍ່ໄດ້ມີຄຳຄິດ-ຄຳເຫັນໃສ່ວຽກງານສາທາລະນະສຸກຂັ້ນເມືອງ ກໍ່ຄືວຽກງານປິ່ນປົວ ແລະ ບຳບັດຜູ້ຕິດສິ່ງເສບຕິດ ແລະ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກຮອງລັດຖະມົນຕີກະຊວງສາທາລະນະສຸກ. ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານຂອງພະນັກງານແພດໝໍ ທີ່ປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຍັງໄດ້ມີຄຳເຫັນຊີ້ນຳພະນັກງານແພດໝໍຢ່າງໜັກແໜ້ນ ໃນການບໍລິການປະກັນສັງຄົມ, ການບໍລິການຄົນເຈັບຕາມຈັນຍາບັນຂອງແພດໝໍ ແລະ ເຝົ້າລະວັງພະຍາດຕິດຕໍ່ທີ່ອາດຈະເກີດຂຶ້ນ.
ໃນໂອກາດດຽວກັນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທິມງານ ກໍ່ຍັງໄດ້ລົງຕິດຕາມເບິ່ງການບໍລິການຢູ່ໂຮງໝໍເມືອງປາກກະດິງ ຕື່ມອີກ.   

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa