ຮາກຖານພັກ ຄະນະໂຄສະນາອົບຮົມແຂວງທາບທາມບຸກຄະລາກອນໃນຮອບທີ 1

ບັ້ນເຜີຍແຜ່, ເຊື່ອມຊຶມເອກະສານເພື່ອທາບທາມບຸກຄາກອນຮອບ 1 ເພື່ອກະກຽມໃຫ່ແກ່ການດຳເນີນກອງປະຊຸມໃຫຍ່ຄະນະພັກຮາກຖານຄັ້ງທີ 1 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ກູມພາ 2026 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມເຜີຍແຜ່ເອກສານຂອງສະຫາຍ ເພັດສະໄໝ ໄຊຍະທິຈັກ ກຳມະການຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີຄະນະຊີ້ນຳກອງປະຊຸມໃຫຍ່ຂັ້ນແຂວງ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມເຊື່ອມຊຶມ.
ສະຫາຍໄດ້ຍົກໃຫ້ເຫັນ, ເຫດຜົນ ແລະ ຄວາມຈຳເປັນຂອງການດຳເນີນກອງປະຊຸມໃຫຍ່ແຕ່ລະຂັ້ນ ເປັນຕົ້ນແມ່ນຕີລາຄາຮອບດ້ານ ຕໍ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະພັກຂັ້ນຕົນ ສະໄໝຜ່ານມາ ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ຈຸດອ່ອນ-ຂໍ້ຄົງຄ້າງ, ສາເຫດ, ສິ່ງທ້າທາຍ ແລະ ບົດຮຽນ ທີ່ຖອດຖອນໄດ້, ການຕີລາຄາ ຕ້ອງໃຫ້ເລິກເຊິ່ງ, ພາວະວິໄສ, ກົງໄປກົງມາ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ, ພ້ອມນັ້ນຕ້ອງກຳນົດທິດທາງ, ໜ້າທີ່, ນະໂຍບາຍ, ກົນໄກ ແລະ ບັນດາຄາດໝາຍໃຫຍ່ ທີ່ຈະຕ້ອງສູ້ຊົນ ນໍາພາຈັດຕັ້ງປະຕິບັດໃນຕໍ່ໜ້າ, ຈຸດປະສົງກໍ່ເພື່ອເປັນການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນ ການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ຖືກຕ້ອງຕາມກົດລະບຽບພັກ, ເສີມຂະຫຍາຍປະຊາທິປະໄຕ, ເຊີດຊູສະຕິປັນຍາ, ຄວາມຮັບຜິດຊອບ ຂອງຄະນະພັກ ແຕ່ລະຂັ້ນ ແລະ ບັນດາອົງການຈັດຕັ້ງ ໃນລະບົບ ການເມືອງ, ການດຳເນີນກອງປະຊຸມໃຫຍ່ ເພື່ອຄັດເລືອກບຸກຄະລາກອນ ທີ່ມີມາດຕະຖານ, ເງື່ອນໄຂປະກອບເຂົ້າໃນ ການຈັດຕັ້ງໃນລະບົບການເມືອງ, ເພື່ອບຸກທະລຸການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານຂອງຂະແໜງການ ແລະ ເພື່ອສ້າງຄວາມເຊື່ອໝັ້ນ, ສັດທາຂອງມະຫາຊົນ ຕໍ່ການນໍາພາຂອງຄະນະພັກ ແຕ່ລະຂັ້ນ, ສຳລັບບຸກຄາລາກອນຕ້ອງຄົ້ນຄວ້າເລືອກເຟັ້ນບຸກຄົນ ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນຜູ້ ມີ ອານາຄົດ ຫຼື ຈາກແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ເພື່ອຫັນລົງກໍ່ສ້າງຮາກຖານ ຕິດພັນກັບວຽກງານ ຕົວຈິງຢູ່ຮາກຖານ. ບັ້ນດຳເນີນຊີວິດການເມືອງຄັ້ງນີ້ຍັງໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ແລະ ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງ, ບົດສຳຫຼວດການນຳພາຂອງຄະນະພັກຮາກຖານໄລຍະຜ່ານມາ, ພ້ອມນັ້ນສະມາຊິກພັກຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາບຸກຄາລາກອນຮອບທີ 1 ຕາມນິຕິກຳ, ມາດຖານເງື່ອນໄຂທີ່ໄດ້ນົດໄວ້.  

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa