
ວັນທີ 25 ກຸມພາ 2026 ນີ້ ຢູ່ທີ່ເດີ່ນກິລາບານເຕະ ບ້ານໂພນໄຊ ເທດສະບານເມືອງປາກຊັນ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ເຕະບານກະຊັບມິດເພື່ອຮັດແໜ້ນຄວາມສາມັກຄີກັບ ອົງການກວດກາພັກ-ລັດແຂວງ ເພື່ອສ້າງຂະບວນການເນື່ອງໃນໂອກາດສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງຄົບຮອບ 22 ປີ ( 9 ທັນວາ 2003-9 ທັນວາ 2025 ) ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ ( 16 ກຸມພາ 1982-16 ກຸມພາ 2026) ເຊິ່ງທິມອົງການກວດກາພັກ-ລັດແຂວງ ນຳໂດຍ ທ່ານ ສົມສົດ ແສງອາພອນ ປະທານອົງການກວດກາພັກ-ລັດແຂວງ ແລະ ທິມພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ນຳທີມໂດຍ ທ່ານ ອຸທອນ ສີງຫາດວງປັນຍາ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີບັນດານັກກິລາພາຍໃນອົງການກວດກາພັກ-ລັດແຂວງ ແລະ ນັກກິລາຈາກພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງເຂົ້າຮ່ວມ.

ການສ້າງຂະບວນການຫຼິ້ນກິລາບານເຕະຄັ້ງນີ້ ເພື່ອສ້າງຂະບວນການເນື່ອງໃນໂອກາດສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງຄົບຮອບ 22 ປີ ( 9 ທັນວາ 2003-9 ທັນວາ 2025 ) ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 44 ປີ ( 16 ກຸມພາ 1982-16 ກຸມພາ 2026)ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ຜ່ານການແຂ່ງຂັນ ທິມພະແນກກະສິກຳ ແລະ ສິ່ງແວດ ແຂວງ ເອົາຊະນະ ທິມອົງການກວດກາພັກ-ລັດແຂວງ 4 ຕໍ່ 1 ປະຕູ. 
