
ວັນທີ່ 1 ທັນວາ 2025 ນີ້ ຫ້ອງວາການແຂວງບໍລິຄໍາໄຊ ໄດ້ຈັດກິດຈະກໍາ ເຕະບານມິດຕະພາບ ລະຫວ່າງ ທິມອົງການປົກຄອງແຂວງ ເຊີ່ງນໍາໂດຍ ທ່ານ ປອ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານພັກແຂວງ ພົບກັບ ທິມບານເຕະພາກທຸລະກິດແຂວງ ຢູ່ທີ່ເດີນບານແສງມີໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ການແຂ່ງຂັນໃນຄັ້ງນີ້ເພື່ອເປັນສະເຫຼີມສະຫຼອງຕ້ອນຮັບວັນຊາດທີ່ 2 ທັນວາ ຄົບຮອບ 50 ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົ້າລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ ໃຫ້ເຕັ້ມໄປດ້ວຍຄວາມໝາຍ ຄວາມສໍາຄັນຢ່າງໜັກແໜ້ນ ພ້ອມນີ້ກໍ່ເພື່ອເປັນການສ້າງຄວາມສາມັກຄີຮັກແພງ ແລະ ຮັດແໜ້ນມິດຕະພາບ ລະຫວ່າງອົງການປົກຄອງແຂວງ ກັບພາກທຸລະກິດ ໃຫ້ມີຄວາມແໜ້ນແຟ້ນ ການແຂ່ງຂັນໄດ້ເລີ່ມຂື້ນ ຕ່າງຝ່າຍຕ່າງບຸກ ແລະ ຕ່າງຝ່າຍຕ່າງຮັບ ເຮັດໃຫ້ເກມການແຂ່ງຂັນມີຄວາມດຸເດືອດ ແລະ ມ່ວນຊື່ນໂດຍແມ່ນທິມອົງການປົກຄອງແຂວງ ເປັນຝາຍຂື້ນນໍາທິມພາກທຸລະກິດໄປກ່ອນ 1 ປະຕູຕໍ່ 0 ຈາກນັ້ນ ທິມພາກທຸລະກິດແຂວງ ໄດ້ມີການບຸກເຂົ້າໃສ່ຢ່າງຕໍ່ເນື່ອງ ເພື່ອຫວັງທວງເອົາປະຕູຄືນ ແລະ ກໍ່ມາປະສົບຜົນສໍາເລັດ ຈົບເກມໃນເຄີ່ງເວລາທໍາອິດ ເປັນທິມພາກທຸລະກິດ ຂື້ນນໍາທິມອົງການປົກຄອງແຂວງໄປ 2ປະຕູຕໍ່ 1 ເລີ່ມເຂົ້າສູ່ການແຂ່ງຂັນໃນເຄີ່ງເວລາທີ່ສອງ ທັງສອງທີມໄດ້ມີການປຽ່ນໂຕຜູ້ຫຼີ້ນ ພ້ອມທັງມີການແກ້ເກມ ເຮັດໃຫ້ການແຂ່ງຂັນ ຍິງມີຄວາມດຸເດຶອດມ່ວນຊື່ນ ແລະ ຕ່າງຝ່າຍຕ່າງບຸກໃສ່ກັນຢ່າງຕໍ່ເນື່ອງ ເພື່ອຫວັງຍິງປະຕູຄູ່ຕໍ່ສູ້ໃຫ້ໄດ້ ຈົບເກມເປັນທິມພາກທຸລະກິດແຂວງ ເປັນຝ່າຍເອົາຊະນະທິມອົງການປົກຄອງແຂວງ ໄປໄດ້ 4 ປະຕູຕໍ່ 1 . 