
ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາ ໄຊ ຄົບຮອບ 42 ປີ, ວັນແມ່ຍິງສາກົນຄົບຮອບ 116 ປີ ແລະ ການເປີດນໍາໃຊ້ຂົວມິດຕະພາບແຫ່ງ ທີ 5 ປາກຊັນ-ບຶງການ ຈັດຂຶ້ນຢູ່ທີ່ເດີ່ນສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ ເທດສະບານແຂວງບໍລິຄຳໄຊ ໂດຍແມ່ນ ພະແນກ ອຸດສະຫະກຳ ແລະ ການຄ້າ,ສະຫະພັນແມ່ຍິງແຂວງ ແລະ ສະພາການຄ້າ ແລະ ອຸດສະຫະກຳແຂວງຮ່ວມກັນຈັດຂຶ້ນ ເຊິ່ງໄດ້ດຳເນີນມາແຕ່ວັນທີ 15 ມີນາ 2026 ເປັນຕົ້ນມາ ມາໃນຕອນແລງຂອງວັນທີ 19 ມີນາ 2026 ໄດ້ເປີດພິທີເປັນທາງການ ເປັນກຽດເຂົ້າຮ່ວມຕັດແທບຜ້າຂອງ ທ່ານ ສົມໃຈ ຄຸນພະໄຊ ຮອງປະທານຄະນະກຳມະການປົກຄອງແຂວງບໍລະຄຳໄຊ, ມີຄະນະຮັບຜິດຊອບຈັດງານ ແຂກຖືກເຊີນຈາກພະແນກການ, ຂະແໜງການ ຜູ້ປະກອບການທຸລະກິດເຂົ້າຮ່ວມ.

ທ່ານ ຄອນສະຫວັນ ສຸກຂະເສີມ ຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ໄດ້ລາຍງານໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດງານນີ້ຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາ ໄຊ ຄົບຮອບ 42 ປີ, ວັນແມ່ຍິງສາກົນຄົບຮອບ 116 ປີ ແລະ ການເປີດນໍາໃຊ້ຂົວມິດຕະພາບແຫ່ງ ທີ 5 ປາກຊັນ – ບຶງການ ນອກນັ້ນຍັງເປັນການຊຸກຍູ້ເສດຖະກິດ ກະຕຸ້ນການຈັບຈ່າຍໃຊ້ສອຍ ແລະ ສ້າງລາຍຮັບໃຫ້ກັບຜູ້ປະກອບການ ທ້ອງຖິ່ນ ສ້າງໂອກາດເພື່ອໃຫ້ຜູ້ຜະລິດ ແລະ ຜູ້ບໍລິໂພກໄດ້ມາພົບປະໂດຍກົງ, ແລກປ່ຽນຄໍາຄິດ ຄຳເຫັນ ແລະ ສ້າງເຄືອຂ່າຍທາງທຸລະກິດ ເປັນການໂຄສະນາຜະລິດຕະພັນສິນຄ້າໜໍ່ແໜງ, ສິນຄ້າທ່າແຮງ, ສິນຄ້າ ODOP ໃຫ້ສັງຄົມຮູ້ຈັກຫຼາຍຂຶ້ນ. ເຂົ້າຮ່ວມງານໃນຄັ້ງນີ້ມີຮ້ານຄ້າ ODOP ບັນດາເມືອງພາຍໃນ ແຂວງ ຈໍານວນ 09 ຫົວໜ່ວຍ, ຕ່າງແຂວງ ຈໍານວນ 07 ຫົວໜ່ວຍ ( ຄືແຂວງ: ແຂວງຫຼວງພະບາງ, ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງສະຫວັນນະເຂດ ) ໂຄສະນາສິນຄ້າ ແລະ ການບໍລິການ ຈຳນວນ 03 ພາກສ່ວນ, ສິນຄ້າທົ່ວໄປ 26 ຫ້ອງ ມູນຄ່າ 830,000,000 ກີບ (ແປດຮ້ອຍສາມສິບລ້ານກີບ) ບໍລິການກິນດື່ມ 06 ຮ້ານ ມູນຄ່າ 120,000,000 ກີບ (ໜຶ່ງຮ້ອຍຊາວລ້ານກີບ) ເຄື່ອງລະຫຼິ້ນຕ່າງໆ 02 ຈຸດ ແລະ ດົນຕີມ່ວນຊື່ນ 01 ຈຸດ. ລວມທຶນຂອງສິນຄ້າທັງໝົດໃນງານປະມານ 2 ຕື້ກີບ, ຄາດວ່າຈະມີເງິນຈໍລະຈອນເດີນສະພັດສະເລ່ຍ 15 – 20 ລ້ານ ກີບ/ວັນ. ສ້າງໂອກາດໃຫ້ຜູ້ປະກອບການ ແລະ ຜູ້ເຂົ້າຮ່ວມງານໄດ້ພົບປະແລກປ່ຽນຄວາມຄິດ ເຫັນໃນລັກສະນະຕ່າງໆຂອງການຕໍ່ຍອດ ແລະ ພັດທະນາອົງຄວາມຮູ້ ທັກສະທາງດ້ານການຂາຍ, ການວາງສະແດງ ແລະ ການດໍາເນີນທຸລະກິດໃຫ້ກ້າວໜ້າຂຶ້ນໄປເລື້ອຍໆ. ງານວາງສະແດງ ແລະ ຂາຍສິນຄ້າຈະໄດ້ດຳເນີນໄປຮອດວັນທີ 25 ມີນາ 2026 ຈຶ່ງຈະສໍາເລັດ.
