ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ແລະ ສສຂ ຊຸດທີ IV

ພິທີເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄຫມສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 9 ແລະ ສສຂ ຊຸດທີ 4 ພ້ອມທັງເຊື່ອມຊຶມເອກະສານ ກະກຽມເລືອກຕັ້ງ ສສຊ ຊຸດທີ 10 ແລະ ສສຂ ຊຸດທີ 5 ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 8 ມັງກອນ 2026 ທີ່ສະໂມສອນຂອງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ. ມີສະຫາຍຄະນະບໍລິຫານງານພັກແຂວງ ຄະນະສະມາຊິກ ສສຊ – ສສຂ ແຂວງ ພະນັກງານຫຼັກແຫຼ່ງ ພະແນກການ – ກົມກອງອົງການຈັດຕັ້ງ ພາຍໃນແຂວງເຂົ້າຮ່ວມຮັບຟັງ.
ໃນພິທີ ທ່ານ ປະທານສະພາປະຊາຊົນແຂວງ ໄດ້ໃຫ້ກຽດ ເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບ ເລກທີ 26 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 5 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ – ຄວາມສໍາຄັນ ແລະ ຄວາມຈຳເປັນໃນການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຮອບດ້ານຕໍ່ກັບວຽກງານການເລືອກຕັ້ງ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ 5 (2026-2030) ລ້ວນແລ້ວແຕ່ເປັນເຫດການທາງປະຫວັດສາດທີ່ສໍາຄັນຂອງຊາດ, ເຊິ່ງມີຄວາມໝາຍສໍາຄັນ ແລະ ຈຳເປັນໃນການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເພື່ອບູລະນະລະບອບປະຊາທິປະໄຕ ປະຊາຊົນ, ປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ເປັນເຫດການການເມືອງທີ່ສໍາຄັນຂອງຊາດ. ເພື່ອເຮັດໃຫ້ການເລືອກຕັ້ງ ດໍາເນີນໄປຢ່າງຖືກຕ້ອງຕາມແນວທາງປ່ຽນແປງໃໝ່ຂອງພັກ ແລະ ໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມ ແລະ ມີຜົນສໍາເລັດຕາມທິດທາງແຜນການທີ່ວາງໄວ້ ທ່ານ ປະທານສະພາປະຊາຊົນແຂວງ ຍັງໄດ້ຮຽກຮ້ອງໃຫ້ ຄະນະກໍາມະການເລືອກຕັ້ງຂັ້ນຕ່າງໆ ສົມທົບກັບຂະແໜງການ, ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນ ນໍາເອົາກົດໝາຍ ແລະ ເອກະສານກ່ຽວກັບການເລືອກຕັ້ງໄປໂຄສະນາ, ເຜີຍແຜ່, ສຶກສາອົບຮົມ ຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ປຸກລະດົມຈິດໃຈໃຫ້ແກ່ຜູ້ມີສິດເລືອກຕັ້ງ ຕື່ນຕົວໄປໃຊ້ສິດໃນວັນເລືອກຕັ້ງ ເພື່ອຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ເຮັດໃຫ້ການເລືອກຕັ້ງເທື່ອນີ້ກາຍເປັນປາງບຸນໃຫຍ່ທີ່ເບີກບານມ່ວນຊື່ນ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ຮັບປະກັນຄວາມສຫງົບ, ຄວາມເປັລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃຫ້ໄດ້ 100%.
ພ້ອມນີ້ໃນຕອນທ້າຍຂອງພິທີ ພະນັກງານຫຼັກແຫຼ່ງທີ່ເຂົ້າຮ່ວມ ຍັງໄດ້ຮັບຟັງການເຜີຍແຜ່ ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 9 ເຊິ່ງໃຫ້ກຽດຂຶ້ນເຜີຍແຜ່ໂດຍ ທ່ານ ອຸດົມ ວົງໄກສອນ ຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ. ພ້ອມດຽວກັນນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສສຂ ຊຸດທີ 4 ເຊິ່ງໃຫ້ກຽດເຜີຍແຜ່ໂດຍ ທ່ານ ສົມນຶກ ແກ້ວມະນີ ຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງປາກຊັນ.   

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa