ໃນວັນທີ 28 ສິງຫາ 2025 ຢູ່ທີ່ຫ້ອງວ່າການເມືອງ ທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຈັດພິທີໂຄສະນາ-ປະ ຖະກະຖາ ວັນສຳຄັນທາງປະຫວັດສາດ ຄື: ວັນຢຶດອໍານາດທົ່ວປະເທດ 23 ສິງຫາ (23 ສິງຫາ 1945 ແລະ 23 ສິງຫາ 1975), ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 34 ປີ (15 ສິງຫາ 1991), ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950), ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950),
ໃຫ້ກຽດປະຖະກະຖາໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ປະ ທານສະພາປະຊາຊົນແຂວງ, ເຂົ້າຮ່ວມຮັບຟັງມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງເມືອງ.