
ພິທີຮັບຮອງຜົນການປະເມີນໄລຍະທ້າຍສະໄໝ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະ ຖານພັດທະນາຂອງແຂວງບໍລິຄໍາໄຊ ປີ 2025. ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 18 ກຸມພາ 2026 ທີ່ຫ້ອງປະຊຸມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ. ມີຕາງໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ກອງກໍ່ສ້າງຮາກຖານຂັ້ນແຂວງ – ເມືອງ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ໂພຄໍາ ຈັນທະສຸກ ຫົວໜ້າພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານບົດລາຍງານ ການປະເມີນໄລຍະທ້າຍສະໄໝ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຂອງແຂວງບໍລິຄໍາໄຊ ປີ 2025. ແລະ ທິດທາງແຜນການ 2026 – 2030 ຫຼັງຈາກນັ້ນບັນດາຄະນະປະທານພ້ອມດ້ວຍແຂກທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນສຸມສະຕິປັນຍາໃນການຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນ ແລກປ່ຽນບົດຮຽນຈາກປະສົບການ ແລະ ພຶດຕິກໍາຕົວຈິງ ຕໍ່ກັບການຈັດຕັ້ງປະຕິບັດວຽກງານ ທີ່ຄະນະຮັບຜິດຊອບໃນແຕ່ລະຂັ້ນໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຕະຫຼອດໄລຍະຜ່ານມາ ເພື່ອຮັບຮອງເອົາບັນດາ ທິດທາງແຜນການ ຕົວເລກຄາດໝາຍສູ້ຊົນໃນການແກ້ໄຂຄວາມທຸກຍາກ ແລະ ການພັດທະນາ ຕິດພັນກັບການສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງໃນຊົນນະບົດ ຮອດປີ 2030. ຄືການສ້າງຕັ້ງໃຫ້ຕາແສງມີຄວາມເຂັ້ມແຂງໃນການນໍາພາຊຸມຊົນຢູ່ຂັ້ນບ້ານ. ອີງຕາມມະຕິກອງປະຊຸມເປີດກວ້າງ ຂອງຄະນະບໍລິຫານງານພັກແຂວງ ໄດ້ຮັບຮອງເອົາຄາດໝາຍສູ້ຊົນ ຮອດປີ 2030 ຕ້ອງສູ້ຊົນແກ້ໄຂຄວາມທຸກຍາກຂອງຄອບຄົວ ໃຫ້ຍັງເຫຼືອ 1,08% ຂອງບ້ານທຸກຍາກ. ສ້າງເງື່ອນໄຂໃຫ້ເມືອງວຽງທອງ ບັນລຸມາດຕະຖານເມືອງພົ້ນທຸກໃນປີ 2029 ແລະ ເມືອງ ໄຊຈໍາພອນພົ້ນທຸກໃນປີ 2030. ສ້າງຄອບຄົວພັດທະນາໃຫ້ບັນລຸກວມ 95,98%. ສ້າງບ້ານພັດທະນາໃຫ້ບັນລຸກວມ 93,31 %. ສ້າງເມືອງທ່າພະບາດ – ປາກກະດິງ – ບໍລິຄັນ ເປັນເມືອງເຂັ້ມແຂງຮອບດ້ານ ແລະ ສູ້ຊົນສ້າງບ້ານໃຫຍ່ ບ້ານບົວແວງຄໍາ ແລະ ບ້ານປາກທວາຍ ໃຫ້ເປັນຕົວເມືອງໃນຊົນນະບົດ.
ໃນຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການຂຶ້ນຜ່ານມະຕິຕົກລົງຂອງ ຄະນະກໍາມະການປົກຄອງແຂວງ ສະບັບເລກທີ 46 ວ່າດ້ວຍການຍ້ອງຍໍສັນລະເສີນ ຕໍ່ກັບຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ແຂວງບໍລິຄໍາໄຊ. ໃຫ້ແກ່ກົມກອງ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນ ການປະເມີນໄລຍະທ້າຍສະໄໝຕາມດໍາລັດ 348 /ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ພັດທະນາ ໃຫ້ກັບ 16 ພາກສ່ວນ ເຊິ່ງໃນນີ້ ປະກອບມີ. ພະແນກກະສິກໍາ ແລະ ປ່າໄມ້ແຂວງ. ຂະ
ແໜງພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ, ອົງການປົກຄອງເມືອງ 7 ເມືອງ ແລະ ຫົວໜ້າຫ້ອງການ ກະສິກໍາ ແລະ ສິ່ງແວດລ້ອມ 7 ເມືອງ, ຕາງໜ້າ ຄະນະກໍາມະການປົກຄອງແຂວງ ໃຫ້ກຽດຂຶ້ນມອບໃບຍ້ອງຍໍ ໃຫ້ແຕ່ລະພາກສ່ວນໃນຄັ້ງນີ້ໂດຍແມ່ນ ທ່ານ ເລື່ອວິໄລ ຈັນທະລາພັນ.
