ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ວັນທີ 8 ມັງກອນ 2026 ຢູ່ທີ່ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ອົງການກາແດງແຂວງບໍລິຄຳໄຊ ຮ່ວມກັບໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ຈັດກິດຈະກໍາສະໝັກໃຈຮ່ວມກັນ ບໍລິຈາກເລືອດຊ່ວຍສັງຄົມ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ນິດຕາ ເພັງສະຫວັດ ຮອງຫົວໜ້າອົງການກາແດງແຂວງ, ທ່ານ ພັທ ບຸນຈັນ ສຸບັນໄຊ ຄະນະໂຮງຮຽນ, ພ້ອມດ້ວຍນັກຮຽນ ປກສ ຊັ້ນຕົ້ນເລກ 4 ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຈຸດປະສົງຂອງການຈັດກິດຈະກຳບໍລິຈາກເລືອດໃນຄັ້ງນີ້ ແມ່ນເພື່ອຊ່ວຍເຫຼືອສັງຄົມ ແລະ ຊ່ວຍຊີວິດຜູ້ປ່ວຍ ເພື່ອເປັນການສົ່ງເສີມນ້ຳໃຈອັນດີງາມ ແລະ ຈິດສຳນຶກໃນການຊ່ວຍເຫຼືອສັງຄົມ ທີ່ກຳລັງຂາດແຄນເລືອດໃນໂຮງໝໍແຫ່ງຕ່າງໆທົ່ວປະເທດ ໂດຍສະເພາະແມ່ນພາຍໃນແຂວງບໍລິຄຳໄຊ ກິດຈະກຳດັ່ງກ່າວ ໄດ້ຮັບຄວາມສົນໃຈ ແລະ ການເຂົ້າຮ່ວມຢ່າງຄຶກຄື້ນຈາກພະນັກງານ, ນັກຮຽນ-ນັກສຶກສາ, ປະຊາຊົນ ແລະ ຜູ້ມີນ້ຳໃຈບຸນທຸກພາກສ່ວນ ເຊິ່ງໄດ້ພ້ອມໃຈກັນບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ການບໍລິຈາກເລືອດໃນຄັ້ງນີ້ ບໍ່ພຽງແຕ່ເປັນການແບ່ງປັນເລືອດເພື່ອຊ່ວຍຊີວິດເພື່ອນມະນຸດ້ວຍກັນ ແຕ່ຍັງເປັນການປູກຝັງຈິດສຳນຶກແຫ່ງການໃຫ້ຄວາມເອື້ອເຟື້ອເພື່ອແຜ່ ແລະ ການຮ່ວມມືກັນໃນການສ້າງສັງຄົມທີ່ເຂັ້ມແຂງ ແລະ ອົບອຸ່ນ, ພ້ອມທັງເປັນການປະຕິບັດຕາມແຈ້ງການຂອງເຈົ້າແຂວງ, ປະທານຄະນະກຳມະການອົງການກະແດງແຂວງ ເອົາໃຈໃສ່ຮ່ວມມືປຸກລະດົມການບໍລິຈາກເລືອດ
ທັງນີ້ກໍ່ເພື່ອສືບຕໍ່ຜັນຂະຫຍາຍບົດບັນທຶກການຮ່ວມມືອົງການກາແດງແຂວງ ອົງການກາແດງເມືອງ ກັບບັນດາພະແນກການອ້ອມຂ້າງແຂວງ, ເມືອງ ວ່າດ້ວຍການຮ່ວມມືປຸກລະດົມທົ່ວສັງຄົມໃນທົ່ວແຂວງປະກອບສ່ວນບໍລິຈາກເລືອດ ເພື່ອໃຫ້ສູນເລືອດອົງການກາແດງແຂວງ ສົ່ງໄປຮັບບໍລິຈາກເລືອດໃຫ້ໄດ້ເລືອດຫຼາຍຂຶ້ນ ປະຈຸບັນເຫັນວ່າເລືອດມີຄວາມຂາດແຄນຫຼາຍ ແລະ ມີຄວາມຈຳເປັນຕ້ອງການເລືອດເພື່ອໄປຊ່ວຍກູ້ເອົາຊີວິດຜູ້ທີ່ເຈັບປ່ວຍຕ້ອງການເລືອດນີ້ກໍ່ແມ່ນການສ້າງບຸນກຸສົນອີກດ້ານໜຶ່ງເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ເຊິ່ງມີຜູ້ມາບໍລິຈາກເລືອດໃນຄັ້ງນີ້ ແລະ ໄດ້ເລືອດຕົວຈິງ 26 ຖົງ, ພ້ອມນີ້ຍັງໄດ້ມອບໃບຍ້ອງຍໍໃຫ້ບັນດາຜູ້ທີ່ບໍລິຈາກເລືອດໃນຄັ້ງນີ້ຕື່ມອີກ.   

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa