ວັນທີ 6 ມັງກອນ 2026 ນີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມ ແຂວງບໍລິຄໍາໄຊ. ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ. ໄດ້ຈັດກອງປະຊຸມທາບທາມ ບຸກຄະລາກອນຮອບ 2 ຂຶ້ນ ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ວັນໄຊ ເງຍຈັນທະສອນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ມີຄະນະຊຸກຍູ້ການດໍາເນີນກອງປະຊຸມໃຫຍ່ຂັ້ນແຂວງ ຕະຫຼອດຮອດຄະນະພັກຮາກຖານ ເລຂາໜ່ວຍພັກ, ສະມາຊິກພັກ – ພະນັກງານ ຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມ.
ໂອກາດນີ້ ທ່ານປະທານກອງປະຊຸມ ຍັງໄດ້ໃຫ້ກຽດ ເຜີຍແຜ່ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411 ວ່າດ້ວຍການກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ. ຈຸດປະສົງໃນການຈັດກອງປະຊຸມທາບທາມບຸກຄະລາກອນຮອບ 2 ໃນຄັ້ງນີ້ ກໍ່ເພື່ອເປັນບ່ອນອີງໃຫ້ສະມາຊິກພັກ – ພະນັກງານ ພາຍໃນໜ່ວຍພັກທີ່ຂຶ້້ນກັບຄະນະພັກຮາກຖານ ໄດ້ພ້ອມກັນ ຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫຼັກການທີ່ກຳນົດໄວ້ ເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ, ພ້ອມທັງເອົາໃຈໃສ່ກຳແໜ້ນໂຄງປະກອບບຸກຄະລາກອນ ເຊິ່ງຕ້ອງປະກອບດ້ວຍເພດ-ເຜົ່າ, ທັງຮັບປະກັນໃຫ້ມີລຸ້ນອາວຸໂສ, ລຸ້ນກາງ ແລະ ລຸ້ນໜຸ່ມຢ່າງສົມເຫດສົມຜົນ, ນອກຈາກນັ້ນ ສະຫາຍ 

ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງໄດ້ມີທັດສະນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນການລົງຄະແນນສຽງທາບທາມບຸກຄະລາກອນອອກຮັບສະໝັກເລືອກຕັ້ງ ເຂົ້າໃນເລຂາໜ່ວຍຍພັກ ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ພາວະວິໄສ, ຍຸຕິທຳ, ມີຄວາມຈິງໃຈຕໍ່ກັນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຮັບປະກັນລັກສະນະສືບທອດປ່ຽນແທນ ທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ມີຄຸນທາດການເມືອງ, ຫຼັກໝັ້ນຊົນຊັ້ນຈະແຈ້ງ, ມີຄວາມຮູ້-ຄວາມສາມາດ, ມີຄວາມເປັນແບບຢ່າງ ແລະ ສົມຄູ່ກັບໜ້າທີ່ການເມືອງທີ່ຖືກມອບໝາຍ. ພ້ອມທັງຫຼີກເວັ້ນແນວຄິດອະຄະຕິ ລົງຄະແນນສຽງທາບທາມໂດຍຂາດຄວາມຮັບຜິດຊອບ ຫຼື ມີທັດສະນະອື່ນໆ ທີ່ບໍ່ຖືກຕ້ອງ. ຫຼັງຈາກນັ້ນໃນຕອນທ້າຍ, ຜູ້ເແທນກອງປະຊຸມ ກໍ່ໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ເລຂາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ຮອບ 2 ຕື່ມອີກ.
