ວັນທີ 3-5 ທັນວາ 2025 ຢູ່ຫ້ອງປະຊຸມຂອງຕົນ ໜ່ວຍພັກຮາກຖານພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ເປີດບັ້ນດໍາເນີນຊິວິດການເມືອງກວດກາໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025 ຂຶ້້ນພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ເອກະສານຂອງສະຫາຍໂກ່ ໄຊສົມບັດ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ມີບັນດາຄະນະໜ່ວຍພັກ, ຫົວໜ້າຂະແໜງ ຮອງຂະແໜງ ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນເຂົ້າຮ່ວມ.
ໃນພິທີ ສະຫາຍໂກ່ ໄຊສົມບັດໄດ້ເຜີຍແຜ່ເອກະສານທີ່ສຳຄັນ ເຊີ່ງໃນບັ້ນດຳເນີນຊີວິດການເມືອງຄັ້ງນີ້ບັນດາສະມາຊິກພັກ,ພະນັກງານ-ລັດຖະກອນ ຈະໄດ້ເຊື່ອມຊຶມ ນິຕິກໍາທີ່ຕິດພັນກັບການກວດກາປະເມີນຄັ້ງນີ້ ເປັນຕົ້ນແມ່ນ: ເອກະສານ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພິ່ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ໜັກແໜ້ນ, ຄໍາສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ, ລົງວັນ ທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ເພື່ອເປັນບ່ອນອິງ ໃຫ້ແກ່ສະມາຊິກພັກ,ພະນັກງານ-ລັດຖະກອນ ໃນການກວດກາຕິລາຄາ,ການສຳຫຼວດ ທາບຖາມຄຳຄິດເຫັນ, ການຕີລາຄາຈັດປະເພດການຈັດຕັ້ງຮາກຖານພັກ, ສະມາຊິກພັກ ແລະພະນັກງານ ໂດຍຕິດພັນກັບມາດຖານ ເງື່ອນໄຂໃນການການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສຳລັບການດຳເນີນຊິວິດການເມືອງກວດກາ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງນີ້