ເມືອງປາກກະດິງ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2025

ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ຂອງເມືອງປາກກະດິງ ແຂວງບໍລິຄຳໄຊ. ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ມັງກອນ 2026 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກ ເມືອງປາກກະດິງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມສົດ ແສງອາພອນ ຄະນະປະຈຳພັກແຂວງ ປະທານກວດກາ ພັກ-ລັດ ແຂວງບໍລິຄຳໄຊ ຜູ້ຊີ້ນຳເມືອງປາກກະດິງ, ມີຄະນະປະຈຳ – ກຳມະການພັກເມືອງ, ຫົວຫນ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານ ພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ແກ້ວວົງທອງ ກົມມະແສງ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານຂັ້ນເມືອງ ໄດ້ຂື້ນຜ່ານຮ່າງບົດສະຫຼຸບວຽກງານກໍ່ສ້າງຮາກຖານ ໄລຍະ 1 ປີຜ່ານມາ; ເມືອງປາກກະດິງ ຍັງປະເຊີນໜ້າວິກິດຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ເງີນກີບອ່ອນຄ່າ, ລາຄາສິນຄ້າເພີ່ມຂຶ້ນສູງ ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາຢ່າງຫຼີກລ້ຽງບໍ່ໄດ້. ແຕ່ເຖິງຢ່າງໃດກໍ່ຕາມຄະນະພັກທຸກຂັ້ນໄດ້ສືບຕໍ່ຫັນເອົາພະນັກງານຫຼັກແຫຼ່ງຂອງເມືອງລົງກໍ່ສ້າງຮາກຖານ ການເມືອງຢ່າງຕໍ່ເນື່ອງ ແລະ ເປັນລະບົບ ຈຳນວນ 24 ສະຫາຍ, ຍິງ 1 ສະຫາຍ. ນອກນີ້ຍັງມີກອງກໍ່ສ້າງຮາກຖານ 916 ກະຊວງປ້ອງກັນຄວາມສະຫງົບ 51 ສະຫາຍ, ມາຈາກ ປກສ ແຂວງ 23 ສະຫາຍ ແລະ ປກສ ເມືອງ 22 ສະຫາຍ ປະຈຳຢູ່ 15 ບ້ານແຄມຂອງ ແລະ 2 ບ້ານໃຫຍ່ ຄື: ບ້ານທົ່ງນາມີ ແລະ ບ້ານວຽງຄໍາ. ພະນັກງານຮາກຖານລວມທັງໝົດ 120 ສະຫາຍ, ຮັບຜິດຊອບ 3 ເຂດໃນ 47 ບ້ານ ທົ່ວເມືອງ.
ຜ່ານການຈັດຕັ້ງປະຕິບັດ, ພາຍໃຕ້ການນຳພາ-ຊີ້ນໍາຢ່າງໃກ້ຊິດຂອງຄະນະພັກຂັ້ນເທິງ, ເຫັນໄດ້ວ່າມີວຽກງານຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ: ສຳເລັດທາງປູຢາງ 2 ຊັ້ນ ບ້ານໂພນຈະເລີນ, ຍາວ 3.252 ແມັດ ມູນຄ່າ 11ຕື້
ກ່ວາກີບ ( ເປັນທືນບ້ານລຸ່ມເຂື່ອນ ) ແລະ ຍັງສຳເລັດການສ້ອມແປງຂະຫຍາຍທາງຮ່ອມເຂົ້າບ້ານ 3 ເສັ້ນ ຄື: ແຕ່ທາງ ເລກ 13ໄຕ້ ເຂົ້າຫາບ້ານທົ່ງຮາບ ຍາວ 6 ກິໂລແມັດ, ເຂົ້າຫາບ້ານໂພນສະຫວ່າງ ຍາວ 11 ກິໂລແມັດ ແລະ ເຂົ້າຫາບ້ານໂພນທອງ ຍາວ 4 ກິໂລແມັດ ລວມມູນຄ່າ 9 ຕື້ກ່ວາກີບ. ນອກນີ້ ຍັງໄດ້ລະດົມທືນສ້າງຫ້ອງການບ້ານ ສຳເລັດ 2 ບ້ານ ແລະ ສ້ອມແປງທາງຮ່ອມຂອງບ້ານ ສຳເລັດ ປູຄອນກີຼດ 4 ເສັ້ນ, ທາງແດງ 12 ເສັ້ນ ແລະ ຂົວ 4 ແຫ່ງ, ຕິດຕັ້ງໄຟໂຊລ່າເຊວໄດ້ 24 ດອກ ລວມມູນຄ່າ 2 ຕື້ກ່ວາກີບ ແລະ ຍັງສາມາດແກ້ໄຂ ຄອບຄົວທຸກຍາກໄດ້ 16 ຄອບຄົວ; ປະຈຸບັນຍັງເຫຼືອຄອບຄົວທຸກຍາກ 4 ຄອບຄົວ.
ຄຽງຄູ່ກັບຜົນງານ ແລະ ດ້ານດີທີ່ກ່າວມານັ້ນກໍ່ຍັງປາສະຈາກບໍ່ໄດ້ດ້ານອ່ອນ ແລະ ຂໍ້ຄົງຄ້າງ; ພ້ອມດຽວກັນນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳຄິດ-ຄຳເຫັນໃສ່ບົດສະຫຼຸບ ແລະ ຕອບຄຳຖາມເຈາະຈີ້ມ ປຶກສາຫາລືຮ່ວມກັນ ເພື່ອວາງທິດທາງແຜນການໃນຕໍ່ໜ້າໃຫ້ສອດຄ່ອງກັບການແກ້ໄຂວຽກງານທີ່ຍັງຄົງຄ້າງ. ນອກນນີ້, ໃນພິທີຍັງໄດ້ຜ່ານມະຕິຂອງຄະນະປະຈຳພັກເມືອງວ່າດ້ວຍການຖອນພະນັກງານກໍ່ສ້າງຮາກຖານປີ 2025 ແລະ ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານປີ 2026. ຕອນໃນທ້າຍກອງປະຊຸມ ກໍ່ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຢ່າງໜັກ
ແໜ້ນຈາກການນຳຂັ້ນແຂວງຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa