
ພິທີປະກາດສ້າງຕັ້ງຕາແສງ ໄຊຈະເລີນ ເປັນຕາແສງທຳອິດໃນຈຳນວນ 3 ຕາແສງຂອງເມືອງປາກຊັນ ແລະ ເປັນຕາແສງທີ 3 ຂອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນເປັນທາງການໃນຕອນເຊົ້າຂອງວັນທີ 24 ມີນາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ແສງອາລຸນ ແສງອາພອນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງປາກຊັນ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ຄູນພະໄຊ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ມີຄະນະຊຸກຍູ້ສ້າງຕັ້ງຕາແສງຂັ້ນແຂວງ, ເມືອງ ອຳນາດການປົກຄອງບ້ານ ແຂກຖືກເຊີນເຂົ້າຮ່ວມ.

ຕາແສງໄຊຈະເລີນ ຂຶ້ນກັບເມືອງປາກຊັນ ແຂວງບໍລິຄໍາໄຊ ມີເນື້ອທີ່ທັງໝົດ 21,313 km ລວມມີ 20 ຊຸມຊົນຄື: ຊຸມຊົນຫ້ວຍສຽດ, ອານຸສອນໄຊ, ໂພນໄຊເໜືອ, ຊະນະໄຊ, ຫົງໄຊ, ທົ່ງນ້ອຍ, ທົ່ງໃຫຍ່, ນາຈິກ, ຫາງຊິງສະຫວ່າງ, ກ້ວຍອຸດົມ, ນໍ້າງຽບ, ສີວິໄລ, ມີໄຊ, ສີມຸງຄຸນ, ໂພສີ, ໂພໄຊ, ປາກຊັນ, ສວນສະຫວັນ, ສີສະອາດ, ປາກປຶງ; ກວມເອົາ 03 ກຸ່ມບ້ານຄື: ກຸ່ມບ້ານເທດສະບານ 1 ມີ 10 ຊຸມຊົນ, ກຸ່ມບ້ານເທດສະບານ 2 ມີ 7 ຊຸມຊົນ, ກຸ່ມບ້ານກ້ວຍອຸດົມ ມີ 3 ຊຸມຊົນ; ມີພົນລະເມືອງທັງໝົດ 25,688ຄົນ, ຍີງ 13,200 ຄົນ, ມີຄອບຄົວທັງໝົດ 5,100 ຄອບຄົວ, ອາຊີບຂອງປະຊາຊົນສ່ວນຫຼາຍແມ່ນດໍາເນີນທຸລະກິດ, ຄ້າຂາຍ, ການບໍລິການ, ທໍາການຜະລິດປູກຝັງ-ລ້ຽງສັດ. ຈຸດປະສົງຂອງການສ້າງຕັ້ງຕາແສງແມ່ນເປັນການຜັນຂະຫຍາຍນິຕິກຳຂອງຂັ້ນເທິງ ເພື່ອເປີດກວ້າງໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການຂອງພາກລັດທີ່ໄດ້ລວມສູນບັນດາໜ້າວຽກຈາກຂະແໜງການຕ່າງໆ ຢູ່ພາຍໃນເມືອງລົງສູ່ຕາແສງ ແລະ ທັງເປັນການຍົກສູງທາງດ້ານການເຮັດວຽກໃຫ້ໄດ້ຮັບຄຸນນະພາບມີຄວາມເຊື່ອໝັ້ນ, ສະດວກ, ວ່ອງໄວ, ໂປ່ງໃສ, ຍຸຕິທຳ, ຮັບປະກັນໃຫ້ຂອບເຂດພື້ນທີ່ດັ່ງກ່າວໄດ້ຮັບການພັດທະນາພື້ນຖານໂຄງລ່າງ, ການຄ້າ, ການບໍລິການ ແລະ ວຽກງານກະສິກຳເພື່ອເປັນການຮອງຮັບການຂະຫຍາຍຕົວຂອງພົນລະເມືອງໃນອະນາຄົດ. ເພື່ອເຮັດໃຫ້ວຽກງານການນຳພາ-ຊີ້ນຳ, ວຽກງານບໍລິຫານ ແລະ ວຽກງານການບໍລິການ ຕາແສງໄຊຈະເລີນ ໄດ້ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງໄວ້ 5 ປີໃນຕໍ່ໜ້າ ປະທານຄະນະປົກຄອງເມືອງ ປາກຊັນ ຕົກລົງແຕ່ງຕັ້ງ ທ່ານ ຂັນທະວີ ກາວສີ ກຳມະການພັກເມືອງປາກຊັນ ເປັນປະທານຄະນະກຳມະການຕາແສງ ຈະເລີນໄຊ, ແຕ່ງຕັ້ງທ່ານ ບຸນລ້ຽງ ຫູມພັກດີ ແລະ ທ່ານ ພັນຕີ ຈັນສະໝອນ ບຸນທະວີວົງ ເປັນຮອງປະທານ ພ້ອມແຕ່ງຕັ້ງບຸກຄາກອນຮັບຜີິດຊອບ 5 ໜ່ວຍງານຈຳນວນ 10 ທ່ານ.

ໂອກາດດັ່ງກ່າວນີ້ ທ່ານ ສົມໃຈ ຄູນພະໄຊ ຮອງປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ຮ່ວມກັບຄະນະປະທານໄດ້ເປັນກຽດຕັດແທບຜ້າ, ລັ່ນຄອງ 9 ບາດ, ເປີດປ້າຍ ປ່ອຍປູມເປົ້າຂຶ້ນສູ່ທ້ອງຟ້າ ເພື່ອຢັ້ງຢືນວ່າ ພິທີປະກາດສ້າງຕັ້ງຕາແສງ ໄຊຈະເລີນ ເມືອງປາກຊັນ ເປັນທາງການ.
