
ກອງປະຊຸມໃຫ່ຍ ສະມາຊິກພັກ ຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 19 ມີນາ 2026 ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວັນໄຊ ເງຍຈັນທະສອນ ເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສົມສົດ ແສງອາພອນ ກຳມະການປະຈຳພັກແຂວງ ປະທານກວດກາພັກແຂວງ ມີບັນດາຄະນະພັກຮາກຖານ, ເລຂາໜ່ວຍພັກ ສະມາຊິກພັກ ຕະຫຼອດຮອດແຂກຖືກເຊີນ, ຄະນະຊຸກຍູ້ຕິດຕາມກອງປະຊຸມໃຫຍ່ຂັ້ນແຂວງເຂົ້າຮ່ວມ.

ສະຫາຍ ສີຫອມ ສອນມະນີ ຄະນະພັກຮາກຖານ ຂຶ້ນຜ່ານຮ່າງລາຍງານການເມືອງທັງສອງພາກ ຄະນະພັກຮາກຖານໂຄສະນາອົບົຮົມແຂວງບໍລິຄຳໄຊ ມີ 3 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 39 ສະຫາຍ, ຍິງ 18 ສະຫາຍ, ສໍາຮອງ 2 ສະຫາຍ. ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານໄດ້ຮັບຮູ້, ເຂົ້າໃຈ ແລະ ໃຫ້ເຫັນໄດ້ຄວາມໝາຍ, ຄວາມສໍາຄັນ ຂອງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການດ້ານຖະແຫຼງຂ່າວ-ສື່ມວນຊົນໃຫ້ຫັນເຂົ້າສູ່ລະບຽບການຢ່າງເຂັ້ມງວດ, ບັນດາອົງການຈັດຕັ້ງມະຫາຊົນໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ມີການຮ່ວມຊີວິດ, ເສຍເງິນສະຕິເປັນປົກກະຕິ. ປັບປຸງການຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາໃຫ້ແທດເໝາະກັບຄວາມເປັນຈິງໂດຍສະເພາະຖືສຳຄັນດ້ານການເມືອງ-ແນວຄິດ ໄດ້ຈັດຕັ້ງດຳເນີນໃນຫຼາຍຮູບການ, ເອົາມະຫາຊົນກໍ່ສ້າງພັກ, ດຳເນີນຊີວິດການເມືອງ, ຮ່ວມຊີວິດປະຈຳເດືອນ ຕີລາຄາຈັດປະເພດສະມາຊິກພັກແຂງ ກວມເອົາ 100% ຂອງສະມາຊິກພັກທັງໝົດ, ສ້າງທຸກເງື່ອນໄຂອໍານວຍຄວາມສະດວກໃຫ້ຄະນະໜ່ວຍພັກ, ພະນັກງານ-ລັດຖະກອນ ໄດ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະຂະແໜງການ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງບັນດາໜ້າວຽກ, ເປັນເຈົ້າການຈັດຕັ້ງກອງປະຊຸມຮັບສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈຳເດືອນ, ບັນດາຂະແໜງການທີ່ປີ່ນອ້ອມເຫັນວ່າປະຕິບັດໜ້າທີ່ສຳເລັດຕາມແຜນການ ແລະ ລື່ນແຜນການ,

ກອງປະຊຸມໃຫຍ່ຄັ້ງນີ້ ບັນດາສະມາຊິກພັກໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຄະນະພັກຮາກຖານຊຸດໃໝ່ ຈາກຜູ້ຮັບລົງສະໝັກ 7 ສະຫາຍ, ຍິງ 4 ສະຫາຍ ທີ່ຜ່ານການທາບທາມ 2 ຮອບຜ່ານມາ ຜົນການປ່ອນບັດ ແລະ ຜ່ານກອງປະຊຸມຄັ້ງປະຖົມມະລຶກເປັນເອກະສັນ ເຫັນດີເລືອກເອົາ ສະຫາຍ ວັນໄຊ ເງຍຈັນທະສອນ ເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບົຮມແຂວງບໍລິຄຳໄຊ, ສະຫາຍ ສີຫອມ ສອນມະນີ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ນາງ ສຸດສະດາ ໂສພາ ເປັນປະທານກວດກາ, ສະຫາຍ ນາງ ພຸດທະສິນ ເວດທະນາ ເປັນຮອງປະທານກວດ ແລະ ສະຫາຍ ນາງ ອູລະພົງ ພັນດານຸວົງ ເປັນຄະນະພັກຮາກຖານ.