
ກອງປະຊຸມແລກປ່ຽນບົດຮຽນ ວຽກງານກະສິກໍາ ລະຫວ່າງ ແຂວງບໍລິຄໍາໄຊ ແລະ ແຂວງ ກ່າເມົາ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ທັນວາ 2025 ທີ່ຫ້ອງປະຊຸມຂອງແຂວງບໍລິຄໍາໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນເລີນ ປຸ້ຍໄມນີ ປະທານແນວລາວສ້າງຊາດ ແຂວງບໍລິຄໍາໄຊ. ທ່ານ ເລ ແທັງ ຈ່ຽວ ຮອງປະທານປະຈໍາຄະນະກໍາມະການແນວໂຮມປະເທດຊາດ ແຂວງກ່າເມົາ ສສ ຫວຽດນາມ ມີຕາງໜ້າພະແນກການ ພະນັກງານວິຊາການທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນວາລະດໍາເນີນກອງປະຊຸມ ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽກັນລາຍງານສະພາບລວມທີ່ຕັ້ງຂອບເຂດ ທ່າແຮງບົ່ມຊ້ອນພາຍໃນແຂວງ ຂອງຕົນໃຫ້ກັນ ແລະ ກັນຊາບ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດວຽກງານກະສິກໍາປູກຝັງ-ລ້ຽງສັດເປັນຕົ້ນຕໍ ເຊິ່ງໃນນີ້ປະກອບມີ ຮູບແບບການປູກເຂົ້າປະສົມປະສານກັບການລ້ຽງກຸ້ງໃນນາ, ການລ້ຽງປາ, ການລ້ຽງສັດໃຫຍ່ – ການປັບປຸງພັນພືດ ແລະ ບັນດາໜ້າວຽກໃນດ້ານຕ່າງໆອີກຈໍານວນໜຶ່ງ ພ້ອມດຽວກັນນັ້ນທັງສອງຝ່າຍຍັງໄດ້ ຕີລາຄາສູງຕໍ່ຜົນການຮ່ວມມືລະຫວ່າງສອງແຂວງ ໃນໄລຍະຜ່ານມາ ຕາມບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນ ພ້ອມກັນນັ້ນທັງສອງຝ່າຍ ຍັງໄດ້ສືບຕໍ່ຄົ້ນຄວ້າ ປຶກສາຫາລື ແລະ ສະເໜີການຂະຫຍາຍໂຄງການຮ່ວມມືວຽກງານໃນດ້ານຕ່າງໆໃນຕໍ່ໜ້າຮ່ວມກັນ, ເປັນຕົ້ນແມ່ນການໃຫ້ທຶນສຶກສາສໍາລັບການຝຶກອົບຮົມຊັບພະຍາກອນມະນຸດ, ການແລກປ່ຽນ – ຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ; ນຳໃຊ້ຮູບແບບທີ່ເໝາະສົມລະຫວ່າງສອງແຂວງ ແລະ ອື່ນໆ.

ພ້ອມນີ້ໃນຕອນທ້າຍຂອງພິທີ ທ່ານ ວັນເລີນ ປຸ້ຍໄມນີ, ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ຕາງໜ້າໃຫ້ກັບການນໍາຂອງແຂວງ ຍັງໄດ້ສະແດງຄວາມຍິນດີ ທີ່ໄດ້ຕ້ອນຮັບຄະນະຜູ້ແທນ ແຂວງ ກ່າເມົາ ທີ່ມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້. ເຊິ່ງໄດ້ເຮັດໃຫ້ການດໍາເນີນກອງປະຊຸມ ພົບປະແລກປ່ຽນບົດຮຽນວຽກງານກະສິກໍາ ລະຫວ່າງສອງແຂວງ ດໍາເນີນໄປດ້ວຍບັນຍາກາດແຫ່ງມິດຕະພາບ ແລະ ຄວາມສາມັກຄີ, ມີເນື້ອໃນອຸດົມສົມບູນ ແລະໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ການພົບປະແລກປ່ຽນບົດຮຽນວຽກງານກະສິກໍາທັງສອງຝ່າຍ ແມ່ນເປັນນິມິດໝາຍອັນດີງາມ, ໃນການຮັດແໜ້ນຄວາມສາມັກຄີ ເພີ່ມພູນຄູນສ້າງຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ສອງພັກ – ສອງລັດ – ສອງຊາດລາວຫວຽດນາມ – ຫວຽດນາມລາວ ຈັດຕັ້ງປະຕິບັດກັນມາແຕ່ບູຮານນະການໃຫ້ມີຄວາມໝັ້ນຄົງທະນົງແກ່ນຕະຫຼອດໄປ.
