ກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະຫະພັນແມ່ຍິງໜ່ວຍຄະນະໂຄສະນາອົບຮົມແຂວງ

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະຫະພັນ​ແມ່ຍິງໜ່ວຍຄະນະໂຄສະນາອົບຮົມແຂວງ ໄດ້ໄຂຂຶ້ນໃນ ເວລາ 13:30 ໂມງ ຂອງວັນທີ 04 ກໍລະກົດ 2024 ແລະ ດໍາເນີນເປັນເວລາເຄິ່ງວັນ ຢູ່ທີ່ຫ້ອງປະຊຸມເບີ 02 ຂອງຫ້ອງວ່າການແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນ. ນິກອນ ໄມຂະມຸວົງ ຮອງຫົວໜ້າສະ ຫະພັນແມ່ຍິງໜ່ວຍຄະນະໂຄສະນາອົບຮົມແຂວງ, ກອງປະຊຸມໄດ້ຮັບກຽດຕ້ອນຮັບການເຂົ້າຮ່ວມຂອງ ສະຫາຍ ນ. ຄໍາໃບ ບໍລິວັນ ຮອງເລຂາໜ່ວຍພັກຮາກຖານ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫາຍ ນ. ສຸດສະດາ ໂສພາ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ບັນດາຫົວໜ້າ-ຮອງຫົວໜ້າແມ່ຍິງຈາກຂົງເຂດການເມືອງ ພ້ອມດ້ວຍສະມາຊິກແມ່ຍິງ ພາຍໃນຄະນະໂຄສະນາອົບຮົມແຂວງ ທັງໝົດ 18 ສະຫາຍ, ຍິງ 18 ສະຫາຍ.

      ກອງປະຊຸມ ໄດ້ລົງປະຊາມະຕິເປັນເອກະພາບກັນຮັບຮອງເອົາບັນດາເນື້ອໃນດັ່ງນີ້:

  1. ໄດ້ປະຊາມະຕິຮັບຮອງຮ່າງບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາຂອງຄະນະໜ່ວຍ ໃນນັ້ນ ໄດ້ຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ທີ່ຜ່ານມາ ແລະ ເອກະພາບກັນຮັບຮອງເອົາຄາດໝາຍສູ້ຊົນ ແລະ ທິດທາງແຜນການນໍາພາໄລຍະ 5 ປີຕໍ່ໜ້າ ນັບແຕ່ປີ 2024-2029.
  2. ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະແມ່ຍິງ​ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງ-ສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້, ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງ 05 ສະຫາຍ, ເລືອກໄດ້ 03 ສະຫາຍ ດັ່ງນີ້: ສະຫາຍ ນາງ ແກ້ວດາລາ ຈັນທະວົງສາ ເປັນຫົວໜ້າໜ່ວຍ; ສະຫາຍ ນາງ ປາດິດ ຈັນທະລາ ເປັນຮອງຫົວໜ້າໜ່ວຍ ແລະ ສະຫາຍ ນາງ ນີ່ ຈັນທະວຽງ ເປັນຜູ້ກວດກາ.

ຕອນທ້າຍ ກອງປະຊຸມໄດ້ຮັບກຽດຟັງການໂອ້ລົມຈາກ ສະຫາຍ ນ. ຄໍາໃບ ບໍລິວັນ ຮອງເລຂາໜ່ວຍພັກຮາກຖານ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຄະນະໜ່ວຍ​ແມ່ຍິງຊຸດທີ III ທີ່ໄດ້ນໍາພາ-ຊີ້ນໍາພາສະມາຊິກແມ່ຍິງປະຕິ ບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍຍັງໄດ້ໃຫ້ທິດເຍືອງທາງແກ່ຄະນະໜ່ວຍຊຸດໃໝ່ ພ້ອມດ້ວຍສະ ມາຊິກແມ່ຍິງ ໃນການສືບຕໍ່ປັບປຸງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃຫ້ດີຂຶ້ນ ແລະ ມອບໃຫ້ຄະນະຊຸດ ໃໝ່ນໍາພາ-ຊີ້ນໍາສະມາຊິກຈັດຕັ້ງປະຕິບັດມະຕິກອງໃຫຍ່ ຄັ້ງທີ IV ນີ້ ໃຫ້ໄດ້ຮັບຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ, ເຮັດໃຫ້ອົງການຈັດຕັ້ງແມ່ຍິງໃຫ້ນັບມື້ນັບເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa