ວັນທີ 15-16 ທັນວາ 2025 ຢູ່ຫ້ອງປະຊຸມຂອງຕົນ ຄະນະພັກຮາກຖານພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ເປີດບັ້ນດໍາເນີນຊິວິດການເມືອງກວດກາໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025 ຂຶ້້ນ ພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ເອກະສານຂອງສະຫາຍສົມໃຈ ຄູນພະໄຊ ຄະນະປະຈຳພັກແຂວງ ຮອງປະທານປົກຄອງແຂວງ, ທ່ານພູວັນ ໄຊຍະສານ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາເລຂາໜ່ວຍພັກ, ຫົວໜ້າຂະແໜງ ຮອງຂະແໜງ ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນເຂົ້າຮ່ວມ.
ໃນພິທີ ສະຫາຍສົມໃຈ ຄູນພະໄຊ ຄະນະປະຈຳພັກແຂວງ ຮອງປະທານປົກຄອງແຂວງ, ທ່ານພູວັນ ໄຊຍະສານ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ ເອກະສານທີ່ສຳຄັນ ເຊີ່ງໃນບັ້ນດຳເນີນຊີວິດການເມືອງຄັ້ງນີ້ບັນດາສະມາຊິກພັກ,ພະນັກງານ-ລັດຖະກອນ ຈະໄດ້ເຊື່ອມຊຶມ ນິຕິກໍາທີ່ຕິດພັນກັບການກວດກາປະເມີນຄັ້ງນີ້ ເປັນຕົ້ນແມ່ນ: ເອກະສານ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພິ່ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ໜັກແໜ້ນ, ຄໍາສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ, ລົງວັນ ທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ເພື່ອເປັນບ່ອນອິງ ໃຫ້ແກ່ສະມາຊິກພັກ,ພະນັກງານ-ລັດຖະກອນ ໃນການກວດກາຕິລາຄາ,ການສຳຫຼວດ ທາບຖາມຄຳຄິດເຫັນ, ການຕີລາຄາຈັດປະເພດການຈັດຕັ້ງຮາກຖານພັກ, ສະມາຊິກພັກ ແລະພະນັກງານ ໂດຍຕິດພັນກັບມາດຖານ ເງື່ອນໄຂໃນການການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສຳລັບການດຳເນີນຊິວິດການເມືອງກວດກາ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງນີ້ .