ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຄົ້ນຄວ້າ-ສັງລວມ ແລະ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຂວງບໍລິຄໍາໄຊ

ໃນວັນທີ 29-30 ກໍລະກົດ 2024 ທີ່ຜ່ານມາ, ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຄົ້ນຄວ້າ-ສັງລວມ ແລະ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຢູ່ແຂວງບໍລິຄໍາໄຊ, ໃນການລົງເຄື່ອນໄຫວຄັ້ງນີ້ ໄດ້ເຂົ້າພົບ ຈາກ ສະຫາຍ ບຸນສົງ ເພັດຈະເລີນ ກໍາມະການປະຈໍາພັກແຂວງ ຜູ້ຊີ້ນໍາວຽກງານແນວຄິດ ແລະ ຫາງສຽງສັງຄົມຂັ້ນແຂວງ ເຊິ່ງໄດ້ຮັບຟັງການລາຍງານສະພາບຈັດຕັ້ງປະຕິບັດວຽກງານສັງລວມ-ຫາງສຽງສັງຄົມ ໂດຍສະເພາະສະພາບແນວຄິດດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຂອງສະມາຊິກພັກ, ພະນັກງານ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງ ແລະ ບັນຫາຫາງສຽງສັງຄົມທີ່ພົ້ນເດັ່ນ ທີ່ເກີດຂຶ້ນໃນປັດຈຸບັນ.

ຈາກນັ້ນ, ຄະນະທີມງານ ກໍໄດ້ຮ່ວມເຮັດວຽກວິຊາສະເພາະ ກັບ ຄະນະໂຄສະນາອົບຮົມແຂວງ ເພື່ອແລກປ່ຽນບົດ ຮຽນໃນການຈັດຕັ້ງເຄື່ອນ ໄຫວວຽກງານສັງລວມ ແລະ ຫາງສຽງສັງຄົມ ເປັນຕົ້ນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອເຮັດໃຫ້ການເຄື່ອນໄຫວວຽກ ງານໃນຕໍ່ໜ້າໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບສູງຂຶ້ນ. ພາຍຫຼັງສໍາເລັດຢູ່ຂັ້ນແຂວງ ແລ້ວກໍໄດ້ເດີນທາງລົງເຄື່ອນໄຫວຊຸກຍູ້ວຽກງານດັ່ງກ່າວຢູ່ເມືອງປາກກະດິງ ແລະ ເມືອງ ຄໍາເກີດອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa