ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມຢູ່ແຂວງບໍລິຄໍາໄຊ

    ໃນວັນທີ 8-10 ສິງຫາ 2024 ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ປະທານກວດກາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມຢູ່ແຂວງບໍລິຄໍາໄຊ, ໃນການລົງເຄື່ອນໄຫວຄັ້ງນີ້ໄດ້ເຂົ້າພົບ ສະຫາຍ ປອ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄໍາໄຊ

ຈາກນັ້ນ, ຄະນະທີມງານສູນກາງ ກໍໄດ້ຮ່ວມເຮັດວຽກວິຊາສະເພາະ ກັບຄະນະໂຄສະນາອົບຮົມແຂວງ ເພື່ອແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານໂຄສະນາອົບຮົມ ໂດຍສະເພາະ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງແກ້ໄຂໃຫ້ດີຂຶ້ນ. ພາຍຫຼັງສໍາເລັດຢູ່ຂັ້ນແຂວງ ສະຫາຍ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານສູນກາງ ກໍໄດ້ເດີນທາງລົງເຄື່ອນໄຫວຊຸກຍູ້ວຽກງານດັ່ງ ກ່າວຢູ່ ເມືອງ ວຽງທອງ ເພື່ອກະຕຸກຊຸກຍູ້ວຽກງານຢູ່ຂັ້ນເມືອງ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa