ຄະນະໂຄສະນາອົບຮົມແຂວງ ເປີດຊຸດອົບຮົມໃຫ້ມະຫາຊົນກ້າວໜ້າ ຊຸດທີ I ປີ 2024

ໃນວັນທີ 23 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມເບີ 02 ຂອງຫ້ອງວ່າການແຂວງ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ I ປີ 2024 ຂຶ້ນ, ໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານໃນຄັ້ງນີ້ໂດຍ ສະຫາຍ ນ. ສຸດສະດາ ໂສພາ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນກ້າວໜ້າ ມາຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 18 ສະຫາຍ.

ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກເປັນສະມາຊິກພັກ ຮັບຮູ້-ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ. ບົນພື້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈ ເຂົ້າເປັນສະມາຊິກພັກປະຊາ ຊົນ ປະຕິວັດລາວ ເພື່ອເພີ່ມພະລັງແຮງໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ. ຊຸດອົບຮົມດັ່ງກ່າວ ໄດ້ຄົ້ນຄວ້າ-ເຊື່ອມຊຶມ ເອກະສານ ຈໍານວນ 13 ຄໍາຖາມ-ຄໍາຕອບ.

ໃນຕອນທ້າຍຂອງຊຸດອົບຮົມ ຍັງໄດ້ຮັບກຽດຟັງການໂອ້ລົມຂອງ ສະຫາຍ ນ. ສຸດສະດາ ໂສພາ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ມະຫາຊົນຜູ້ກ້າວໜ້າທຸກສະຫາຍ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຜູ້ທີ່ດີເດັ່ນໃນທຸກຂະ ບວນການຂອງວຽກງານ, ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa