ຍົກລະດັບວຽກງານປະຖົມພະຍາບານ ແລະ ກູ້ໄພສຸກເສີນໃຫ້ອາສາສະໝັກພາຍໃນແຂວງບໍລິຄຳໄຊ

ພິທີຝຶກອົບຮົມຍົກລະດັບວຽກງານປະຖົມພະຍາບານ ແລະ ກູ້ໄພສຸກເສີນໃຫ້ອາສາສະໝັກອົງການການແດງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2025 ຢູ່ຫ້ອງປະຊຸມເບີ 3 ຂອງແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເຂັມເພັດ ສີວໍລະວົງສ໌ ຄະນະບໍລິຫານງານພັກ ຫົວໜ້າຫ້ອງການສົ່ງເສີມສູກຂະພາບຊຸມຊົນອົງການກາແດງແຫ່ງຊາດລາວ, ທ່ານ ສີສຸພັນ ວິໄລວົງ ຫົວໜ້າອົງການກາແດງແຂວງ, ມີບັນດາຄູຝຶກຈາກອົງການກາແດງແຫ່ງຊາດລາວ, ຂະແໜງການທີ່ກ່ຽວຂ້ອງ, ພະນັກງານ ແລະ ອາສາສະໝັກຈາກກາແດງແຂວງບໍລິຄຳໄຊ ເຂົ້າຮ່ວມ.

ຊູດອົບຮົມຄັ້ງນີ້ບັນດາອາສາສະໝັກຈະໄດ້ຮຽນຮູ້ກ່ຽວກັບ ຂະບວນການກາແດງສາກົນ ແລະ ກາແດງລາວ,ຜ່ານນິຕິກຳ ວ່າດ້ວຍການຄູ້ມຄອງໜ່ວຍກູ້ໄພສຸກເສີນ ອົງການກາແດງແຫ່ງຊາດ,ການປະຖົມນິເທດ ກົດລະບຽບອາສາສະໝັກກູ້ໄພສຸກເສີນ,ການນຳໃຊ້ລົດກູ້ໄພສຸກເສີນ,ກົດໝາຍ ວ່າດ້ວຍກາແດງລາວ,ຄວາມຮູ້ພື້ນຖານກ່ຽວກັບການປະຖົມພະຍາບານເບື້ອງຕົ້ນ,ການຮັບແຈ້ງ ແລະ ການສັ່ງການ,ການປະເມີນສະຖານະການບ່ອນເກີດເຫດ ແລະ ການປະເມີນຄົນເຈັບ, 7 ຫຼັກການກູ້ຊີບ-ກູ້ໄພສຸກເສີນ,ວິທີການຫ້າມເລືອດ,ກະດູກແຂນ-ຂາຫັກ,ການຄົງທີກະດູກຫັກ ແລະ ຫວົຂໍ້ອື່ນໆ ທີ່ຕິດພັນການຊ່ວຍເຫຼືອຄົນເຈັບໃນເບື້ອງຕົ້ນ,ໃນນັ້ນສຳລັບການນຳໃຊ້ລົດກູ້ໄພສຸກເສີນໃນເວລາປະຕິບັດໜ້າທີ ຖ້າເກີດອຸບັດ​ເຫດ; ຜູ້ຂັບລົດຕ້ອງລາຍງານສະພາບ ຫາຄະນະຮັບຜິດຊອບ ແລະ ແຈ້ງບໍລິສັດປະກັນໄພທັນທີ,​ຖ້າບໍລິສັດປະກັນໄພບໍ່ສາມາດດຳເນີນການຕໍ່ໄດ້ ຕ້ອງຕິດຕໍ່ຫາເຈົ້າໜ້າທີ່ຈະລາຈອນ; ກໍລະນີຢູ່ເຂດຫ່າງໄກ ພະນັກງານບໍລິສັດປະກັນໄພ ຫຼື ເຈົ້າໜ້າທີ່ຈະລາຈອນບໍ່ສາມາດມາເຮັດບົດບັນທຶກໄດ້ ຕ້ອງໃຫ້ອົງການຈັດຕັ້ງທ້ອງຖິ່ນເຮັດບົດບັນທຶກໄວ້ເປັນຫຼັກຖານ ທຸກກໍລະນີຕ້ອງໄດ້ບັນທຶກສະພາບການຢ່າງລະອຽດ ລົງໃສ່ປືມຕິດຕາມການນຳໃຊ້ລົດ ພ້ອມທັງບັນທຶກເປັນຮູບພາບ ແລະ ວິດີໂອ ສຳລັບອາສາສະໝັກທີ່ເກີດອຸບັດເຫດໃນເວລາປະຕິບັດໜ້າທີ່ ຕ້ອງລາຍງານໃຫ້ຄະນະຮັບຜິດຊອບທັນທີ ຈາກນັ້ນ ຕ້ອງບັນທຶກການເກີດອຸບັດເຫດ ເປັນຮູບພາບ  ແລະ ເອກະສານອື່ນໆທີ່ກ່ຽວຂ້ອງເພື່ອເປັນຫຼັກຖານ​ ທຸກໆຫົວຂໍ້ທີ່ວິທະຍາກອນນຳສະເໜີ ຈະໄດ້ແລກປ່ຽນບົດຮຽນກັບສຳມະນາກອນ ບາງຫົວຂໍ້ຈະໄດ້ສາທິດເຫດການ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ສາມາດນຳໄປຈັດຕັ້ງປະຕິບັດພາກສະໜາມໄດ້ ຊຸດອົບຮົມຍົກລະດັບການປະຖົມພະຍາບານ ແລະ ກູ້ໄພສຸກເສີນໃຫ້ອາສາສະໝັກ ອົງການກາແດງແຂວງຈະໄດ້ດຳເນີນເປັນເວລາ 3 ວັນເຕັມຈິ່ງຈະສຳເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa