ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວຊີ້ນຳ ການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢູ່ແຂວງບໍລິຄໍາໄຊ

ເພື່ອຮັບປະກັນໃຫ້ການກະກຽມກອງປະຊຸມໃຫຍ່ຂອງພັກ ດໍາເນີນໄປຢ່າງຮອບດ້ານ, ມີເນື້ອໃນເລິກເຊິ່ງ ຕິດພັນກັບການຍູ້ແຮງສ້າງຂະບວນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ 05 ປີ ຄັ້ງທີ IX ໃນທ້າຍສະ ໄໝ ໃຫ້ແຂງແຮງ, ຟົດຟື້ນ, ຕໍ່ເນື່ອງ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2024, ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ເຄື່ອນໄຫວຊີ້ນໍາການກະກຽມດໍາເນີນປະຊຸມໃຫຍ່ ຄັ້ງທີ  XII ຂອງພັກ, ການກະກຽມສະເຫຼີມສະຫຼອງ 03 ວັນປະຫວັດສາດ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງບໍລິຄໍາໄຊ, ເຂົ້າຮ່ວມກອງປະຊຸມສໍາຄັນໃນຄັ້ງນີ້ມີ ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະ ແນກການ, ອົງການທຽບເທົ່າ, ກໍາລັງປະກອບອາວຸດ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ.

ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານຫຍໍ້ ກ່ຽວກັບສະພາບແນວຄິດຂອງພະນັກງານ-ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າພາຍໃນແຂວງ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງ ຄະນະພັກແຂວງ ຕິດພັນກັບ 2 ວາລະແຫ່ງຊາດ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ກໍຄືຄັດເລືອກຕົວແບບ ເພື່ອກະກຽມບົດປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ ຕາງໜ້າຄະນະຮັບຜິດຊອບຈາກກສູນກາງ ໄດ້ເຜີຍ ແຜ່ບັນດານິຕິກໍາຕ່າງໆ ກ່ຽວກັບການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ໃນຕອນທ້າຍ ທ່ານ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ທິດຊີ້ນຳກ່ຽວກັບການກະກຽນສະເຫຼີມສະຫຼອງ 3 ວັນປະຫວັດສາດນີ້ ຄວນສຸມໃສ່ປຶກສາຫາລື, ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງລະອຽດ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ທັນກັບກໍານົດເວລາ, ການຈັດຕັ້ງປະຕິບັດການກະກຽມສະເຫຼີມສະຫຼອງຕ້ອງຕິດພັນກັບການກະກຽມກອງປະຊຸມ 3 ຂັ້ນຂອງພັກ ແລະ ເຮັດໃຫ້ມີຂະບວນການຟົດຟື້ນ, ມີບັນຍາກາດ ໂດຍຕິດພັນກັບກິດຈະກໍາທີ່ມີໃນຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ, ການສະເຫຼີມສະຫຼອງຕ້ອງບົນຈິດໃຈປະຢັດມັດທະຍັດ, ນໍາໃຊ້ງົບປະມານຂອງແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa