ພົບປະລະຫວ່າງພະແນກ ກະສິກໍາ ແລະ ສິງແວດລ້ອມ ແຂວງ ບໍລິຄໍາໄຊ ແລະ ພະແນກ ກະສິກໍາ ແລະ ສິງແວດລ້ອມ ແຂວງ ເລີ່ມດົ່ງ ສສ ຫວຽດນາມ

ພິທີພົບປະລະຫວ່າງ ພະແນກ ກະສິກໍາ ແລະ ສິງແວດລ້ອມ ແຂວງ ບໍລິຄໍາໄຊ ສປປ ລາວ ແລະ ພະແນກ ກະສິກໍາ ແລະ ສິງແວດລ້ອມ ແຂວງ ເລີ່ມດົ່ງ   ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2025 ທີຫ້ອງປະຊຸມ ພະແນກ ກະສິກໍາ ແລະ ສິງແວດລ້ອມ ແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ  ດາລາພອນ ພົນສະຫວັນດີ ຮອງຫົວໜ້າ ພະແນກ ກະສິກໍາ ແລະ ສິງແວດລ້ອມ ແຂວງ ບໍລິຄຳໄຊ ທ່ານ ຫງຽນຮວ່າງຟຸກ ຮອງຫົວໜ້າ ພະແນກກະສິກໍາ ແລະ ສິງແວດລ້ອມແຂວງ ເລີ່ມດົ່ງ ສສ ຫວຽດນາມ  ມີຕ່າງໜ້າຂະແໜງການທີ່ຂຶ້ນກັບ ຕະຫຼອດຮອດ  ພະນັກງານວິຊາການທີຮັບຜິດຊອບວຽກງານທີກ່ຽວທັງສອງຝ່າຍເຂົ້າຮ່ວມ.

ໂອກາດດັ່ງກ່າວຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽກັນ ລາຍງານສະພາບລວມຂອບເຂດທີຕັ້ງ ທ່າແຮງບົ່ມຊ້ອນ ຢຸດທະສາດ ອັນສໍາຄັນ ໃນການພັດທະນາວຽກງານກະສິກໍາ ແລະ ສິງແວດລ້ອມພາຍໃນແຂວງຕົນໃນແຕ່ລະດ້ານ ໃຫ້ກັນ ແລະ ກັນຊາບ  ພ້ອມດຽວກັນນັ້ນທັງສອງຝ່າຍຍັງໄດ້ ຕີລາຄາສູງ ຕໍ່ກັບຜົນການຮ່ວມມື້ ວຽກງານກະສິກໍາໄລຍະປີ 2024-2025 ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ບັນດາຈຸດອ່ອນຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານພ້ອມດຽວກັນນັ້ນ ທັງສອງຝ່ານຍັງໄດ້ພ້ອມກັນປຶກສາຫາລື ແຜນການຮ່ວມມືວຽກງານໃນດ້ານຕ່າງໆ ໃນຂົງເຂດວຽກງານ ກະສິກໍາ ແລະ ສິງແວດລ້ອມໃນຕໍ່ໜ້າຮ່ວມກັນຢ່າງກົງໄປກົງມາ ເພຶ່ອເປັນການເກັບກໍາຂໍ້ມູນອັນສໍາຄັນ ແລ້ວນໍາໄປລາຍງານຕໍ່ ກັບຄະນະນໍາທັງສອງຝ່າຍ ເພຶ່ອຈະໄດ້ຄົ້ນຄວ້າ ຊອກຫາຊ່ອງທາງຊ່ວຍເຫຼືອ

 

 

ວຽກງານໃນດ້ານຕ່າງໆຕາມຄວາມເໝາະສົມ ເປັນຕົນແມ່ນ  ການຝຶກອົບຮົມ ໃຫ້ພະນັກງານ ຂອງພະແນກກະສິກໍາ ແລະ ສິງແວດລ້ອມແຂວງ ບໍລິຄໍາໄຊ ກ່ຽວກັບ ການຜະລິດແນວພັນພືດ ເຕັກນິກການປູກພຶກ, ຜັກ ແລະ ໄມ້ໃຫ້ໝາກ ເຕັກນິກການລ້ຽງເນື້ອເຫຍື່ອ ການປັບປຸງແນວພັນສັດລ້ຽງ ດ້ວຍຮູບແບບ ການປະສົມພັນທຽມ ເຕັກນິກການລ້ຽງປານໍາຈືດ ແລະ ບັນດາວຽກງານໃນດ້ານຕ່າງໆ ອີກຈໍານວນນຶ່ງ. ເຊີ່ງໄດ້ເຮັດໃຫ້ການດໍາເນີນກອງປະຊຸມພົບປະວຽກງານກະສິກໍາລະຫວ່າງສອງແຂວງດໍາເນີນໄປດ້ວຍບັນຍາກາດແຫ່ງມິດຕະພາບ ແລະ ຄວາມສາມັກຄີ, ມີເນື້ອໃນອຸດົມສົມບູນ ແລະ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີວາງໄວ້ ເນື່ອງໃນໂອກາດທີ ທ່ານ ຮອງ ຫົວໜ້າ ພະແນກ ກະສິກໍາ ແລະ ສິງແວດລ້ອມ ໄດ້ມາເຄື່ອນໄຫວວຽກງານ ຢູ່ແຂວງ ບໍລິຄໍາໄຊໃນຄັ້ງນີ້ ທ່ານ ຍັງໄດ້ນໍາເອົາແນວພັນພຶດ,ຜັກຊະນິກຕ່າງໆ ນໍາມາມອບໃຫ້ກັບພະແນກກະສິກໍາແລະ ສິງແວດລ້ອມແຂວງ ບໍລິຄໍາໄຊ ເພຶ່ອນໍາໄປມອບ ແຈກຢາຍຕໍ່ ໃຫ້ກັບພໍ່ແມ່ປະຊາຊົນ ຊາວກະສິກອນ ກໍ່ຄືກຸ່ມການຜະລິດກະສິກໍາພາຍໃນແຂວງຕື່ມອີກ.   

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa