
ວັນທີ 11 ທັນວາ 2025 ນີ້, ທ່ານ ພົນຈັດຕະວາ ເລ ຮ່າຍ ບິ່ງ ຫົວໜ້າຄະນະອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ ນະຄອນຮ່າໂນ້ຍ ພ້ອມດ້ວຍຄະນະ, ໄດ້ເດີນທາງມາຢ້ຽມຢາມ ແຂວງບໍລິຄຳໄຊ ເຊິ່ງໃຫ້ການຕ້ອນຮັບຢ່າງ ອົບອຸ່ນຂອງ ທ່ານ ພັນເອກ ຄຳສາຍ ພັນດານຸວົງ ປະທານສະຫະພັນນັກຮົບເກົ່າ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ.

ໃນໂອກາດມາຢ້ຽມຢາມ ຂອງຄະນະອະດີດທະຫານອາສາສະໜັກ ແລະ ຊ່ຽວຊານ ການທະຫານ ນະຄອນຮ່າໂນ້ຍ ສສ ຫວຽດນາມ ຢູ່ແຂວງບໍລິຄຳໄຊ ຄັ້ງນີ້, ທ່ານ ພັນເອກ ຄໍາສາຍ ພັນດານຸວົງ ປະທານສະຫະພັນນັກຮົບເກົ່າ ແຂວງບໍລິຄຳໄຊ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ທ່ານ ພົນຈັດຕະວາ ເລ ຮ່າຍ ບິ່ງ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມສະຖານທີ່ສະໜາມຮົບເກົ່າ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນໃນວຽກງານຕົວຈິງຂອງຊາດລາວ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ສອງກອງທັບ ລາວ – ຫວຽດນາມ ໃນໄລຍະຜ່ານມາ ໄດ້ພ້ອມກັນຄຽງບ່າຄຽງໄຫຼ່ ຮ່ວມທຸກ, ຮ່ວມສຸກ ຕໍ່ຕ້ານຕີສັດຕູໂຕດຽວກັນ, ມາໃນປັດຈຸບັນກໍ່ໄດ້ມີການຮ່ວມແຮງ, ຮ່ວມໃຈກັນ ຢ່າງຮອບດ້ານເປັນຕົ້ນແມ່ນ: ການພົວພັນທາງດ້ານເສດຖະກິດ, ວັດທະນະທຳ – ສັງຄົມ, ການເມືອງ ຂອງສອງປະເທດ ກໍ່ຄື ລາວ – ຫວຽດນາມ ຜ່ານມາໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາ. ຈາກນັ້ນ, ທ່ານ ພົນຈັດຕະວາ ເລ ຮ່າຍ ບິ່ງ ຫົວໜ້າຄະນະອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ ນະຄອນຮ່າໂນ້ຍ ພ້ອມດ້ວຍຄະນະ, ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກັບການຕ້ອນຮັບຢ່າງອົບອຸ່ນ ຂອງຄະນະສະຫະພັນນັກຮົບເກົ່າແຂວງ ແລະ ຊົມເຊີຍຕໍ່ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາ. ຫຼັງຈາກນັ້ນ ໃນຕອນເຊົ້າຂອງວັນທີ 12 ທັນວາ 2025 ທັງສອງຄະນະກໍ່ໄດ້ໄປຈູດທູບ ຢູ່ຫໍບູຊາອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຕັ້ງຢູ່ບ້ານຊະນະໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ.
