
ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ໄດ້ກ່າວເປີດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ IV ໃນວັນທີ 17 ທັນວາ 2025 ປະຕິບັດຕາມ ມາດຕາ 81 ຂອງລັດຖະທຳມະນູນ ສະບັບປັບປຸງປີ 2025 ແລະ ມາດຕາ 54, ມາດຕາ 57 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງປີ 2024, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະປະທານສະພາປະຊາຊົນແຂວງ, ມີທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງບໍລິຄຳໄຊ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ສະມາຊິກ ສະພາປະຊາຊົນແຂວງ, ຕາງໜ້າພະແນກການຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ໃນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 3 ວັນເຕັມ ເພື່ອຮັບຟັງການລາຍງານ, ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ, ດັ່ງນີ້:
1. ພິຈາລະນາ, ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026.
2. ພິຈາລະນາ, ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2025, ປະຈໍາ 5 ປີ (2021-2025) ແລະ ທິດທາງແຜນການ ປະຈໍາປີ 2026 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2024 ແລະ ການຈັດຕັ້ງປະຕິບັດຄໍາແນະນໍາຂອງອົງການກວດສອບໃນປີຜ່ານມາ ຂອງອົງການກວດສອບພາກກາງ.

3. ພິຈາລະນາ, ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2025; ປະຈໍາ 5 ປີ (2021-2025) ແລະ ທິດທາງແຜນການ ປະຈໍາປີ 2026 ແລະ ຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາລັດແຂວງ.
4. ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ.
5. ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ.
6. ພິຈາລະນາ, ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2025, ປະຈໍາ 5 ປີ (2021-2025) ແລະ ທິດທາງແຜນການ ປະຈໍາປີ 2026 ຂອງອົງການໄອຍະການປະຊາຊົນແຂວງ.
7. ພິຈາລະນາ, ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2025, ປະຈໍາ 5 ປີ (2021-2025) ແລະ ທິດທາງແຜນການ ປະຈໍາປີ 2026 ຂອງຂອງສານປະຊາຊົນແຂວງ.

8. ພິຈາລະນາ, ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025, ປະຈຳ 5 ປີ (2021-2025) ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ວຽກງານຈຸດສຸມ ຮອດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V, ທິດທາງແຜນການ ປະຈໍາປີ 2026.
9. ຮັບຟັງການປະກອບຄໍາເຫັນ ຂອງແນວລາວສ້າງຊາດແຂວງ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025, ປະຈຳ 5 ປີ (2021-2025) ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ວຽກງານຈຸດສຸມ ຮອດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V, ທິດທາງແຜນການ ປະຈໍາປີ 2026.
10. ພິຈາລະນາ, ຮັບຮອງເອົາການສ້າງຕັ້ງຕາແສງ ຕາມການສະເໜີຂອງຄະນະກຳມະການປົກຄອງແຂວງ;
ພ້ອມນີ້, ກອງປະຊຸມ ຍັງຈະໄດ້ຮັບຟັງການອະທິບາຍ, ຊີ້ແຈງຈາກການນໍາຂອງແຂວງ, ພະແນກການກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາປະຊາຊົນແຂວງຕື່ມອີກ. 
