ໃນວັນທີ 10 ຕຸລາ 2025 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງບໍລິຄຳໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ ( 7 ຕຸລາ 1994 7 ຕຸລາ 2025 ) ຂຶ້ນ, ເປັນກຽດເຂົ້າຮ່ວມ ແລະ ເລົ່າປະຫວັດຄວາມເປັນມາວັນຄູແຫ່ງຊາດ ຂອງທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ປ້ານ ນ້ອຍມະນີ ອາດີດ ເຈົ້າແຂວງບໍລິຄຳໄຊ ອາດີດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າພະແນກ, ຮອງພະແນກສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາທ່ານອະດີດການນໍາພະແນກສຶກສາທິການ ແລະ ກິລາ ພະນັກງານອາວຸໂສບໍານານ ຄະນະນໍາຈາກພາກສ່ວນຕ່າງໆ ຜູ້ບໍລິຫານການສຶກສາ ແລະ ກິລາ ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ທ່ານ ຄຳແຫວນ ປັນຍານຸວົງ ໄດ້ກ່າວເນື້ອໃນສຳຄັນຂອງປະຫວັດຄວາມເປັນມາຂອງວັນຄຸແຫ່ງຊາດວ່າ: ນັບແຕ່ປີ 1994 ເປັນຕົ້ນມາ ເມື່ອຮອດວັນທີ 7 ຕຸລາ ໃນແຕ່ລະປີທົ່ວປະເທດເຮົາໄດ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດທຸກໆປີ ເພື່ອປຸກລະດົມຈິດໃຈໃຫ້ທົ່ວສັງຄົມໄດ້ສະແດງອອກເຖິງການສົ່ງເສີມ ເຊີດຊູບົດບາດ ກຽດສັກສີຂອງຄູ-ອາຈານໃຫ້ສູງຂຶ້ນ ເປັນການໂຄສະນາ ເຜີຍແຜ່ຜົນງານການປະດິດຄິດແຕ່ງ ແລະ ຄວາມເສຍສະຫຼະເຫື່ອແຮງ ສະຕິປັນຍາ ຂອງຄູ-ອາຈານໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ເຖິງຜົນງານຂອງຄູພ້ອມທັງສະແດງອອກເຖິງຄວາມກະຕັນຍູກະຕະເວທີ ຮູ້ບຸນຄຸນຕໍ່ຄູ-ອາຈານທີ່ໄດ້ສິດສອນໃຫ້ຄວາມຮູ້ແກ່ຕົນນັບແຕ່ອາດີດກໍ່ຄືປະຈຸບັນ.
ຕະຫຼອດໄລຍະທີ່ຜ່ານມາບໍ່ວ່າຢູ່ໃນໄລຍະການປະຕິວັດຊາດປະຊາທິປະໄຕກໍ່ຄືໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ ກະຊວງສຶກສາທິການ ແລະ ກິລາ ອົງການປົກຄອງທ້ອງຖິ່ນ ຜູ້ບໍລິຫານການສຶກສາແຕ່ລະຂັ້ນທັງພາກລັດ ແລະ ເອກະຊົນໄດ້ມີຄວາມພະຍາຍາມສູງໃນການເອົາໃຈໃສ່ພັດທະນາການສຶກສາ ທັງທາງດ້ານປະລິມານ ແລະ ຄຸນນະພາບ ໄດ້ຂະຫຍາຍຕາໜ່າງການສຶກສາໄປໃນທົ່ວທຸກທ້ອງຖິ່ນ ລວມທັງເຂດພູດອຍຫ່າງໄກສອກຫຼີກ ປະຊາຊົນໄດ້ມີລະດັບຄວາມຮູ້ຈົບປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນບຳລຸງໂດຍທົ່ວໄປກວມຈຳນວນປະຊາກອນສ່ວນຫຼາຍຂອງແຂວງ ຄຸນນະພາບຂອງການສຶກສາກໍ່ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ ທັງໝົດນັ້ນກໍ່ແມ່ນຍ້ອນມີແນວທາງອັນຖືກຕ້ອງຂອງພັກ-ລັດ ແລະ ການປະກອບສ່ວນເປັນກຳລັງແຮງສຳຄັນຕົ້ນຕໍມາຈາກພະນັກງານຄູ- ອາຈານທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍເຂົ້າໃນວຽກງານດັ່ງກ່າວຢ່າງສຸດຄວາມສາມາດ.
ນອກຈານີ້ໃນພິທີ ທ່ານ ຄຳແຫວນ ປັນຍານຸວົງຕາງໜ້າໃຫ້ແຂວງບໍລິຄຳໄຊ ໄດ້ມອບກະຕ່າຂອງຂວັນອວຍພອນວັນຄູແຫ່ງຊາດໃຫ້ຫົວໜ້າພະແນກສຶກສາທິການ ແລະ ກິລາ ເປັນກຽດມອບໃບຍ້ອງຍໍໃຫ້ ໃຫ້ຄູ-ອາຈານ ຜູ້ທີ່ມີຜົນງານເດັ່ນໃນວຽກງານບໍລິຫານການສຶກສາທິການ ແລະ ກິລາ ເນື່ອງໃນພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານໜື່ງປີຜ່ານມາ.