ແຂວງບໍລິຄຳໄຊ ເລັ່ງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບໄພພິບັດຈາກອຸທົກກະໄພ ແລະ ອັກຄີໄພ

ຕາມການລາຍງານ ຂອງທ່ານ ນາງ ເກດນິສອນ ສຸດສະດາວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ, ຫົວໜ້າກອງເລຂາຄະນະກຳມະການຄູ້ມຄອງໄພພິບັດຂັ້ນແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ພາຍຸວິພາ ໄດ້ພັດຖະຫຼົ່ມເຂົ້າບໍລິຄຳໄຊພວກເຮົາໃນທ້າຍເດືອນກັນຍາຜ່ານມາ ໄດ້ເຮັດໃຫ້ຈຳນວນ 55 ບ້ານ ພາຍໃນແຂວງບໍລິຄຳໄຊ ໄດ້ຮັບຜົນກະທົບຢ່າງຫຼວງຫຼາ.

ໃນນັ້ນ ເມືອງປາກຊັນ ຜູ້ຮັບຜົນກະທົບຈາກນໍ້າຖ້ວມ 6 ບ້ານ, ເມືອງທ່າພະບາດ  7 ບ້ານ, ເມືອງປາກກະດິງ 10 ບ້ານ, ເມືອງບໍລິຄັນ 5 ບ້ານ, ເມືອງ ຄໍາເກີດ  10 ບ້ານ, ເມືອງວຽງທອງ  15 ບ້ານ, ເມືອງ ໄຊຈໍາພອນ 2 ບ້ານ, ຈໍານວນ 1,437 ຄອບຄົວ ແລະ ຄຽງຄູກັບອຸທົກກະໄພແລ້ວ ໃນຊ່ວງເວລາອັນດຽວກັນຍັງມີການເກີດອັກຄີໄພ ເຮັດໃຫ້ຄອບຄົວສູນເສຍເຮືອນຢູ່ອາໃສ ແລະ ຊັບສິນ ຈຳນວນ 10 ຄອບຄົວ, ໃນນັ້ນ, ຢູ່ເມືອງປາກກະດິງ 1 ຄອບຄົວ, ຄຳເກີດ 5 ຄອບຄົວ, ປາກຊັນ 2 ຄອບຄົວ ແລະ ບໍລິຄັນ 2 ຄອບຄົວ.

ຕໍ່ບັນຫາດັ່ງກ່າວກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ແຂວງບໍລິລິຄຳໄຊ ໄດ້ເລີ່ມໃຫ້ການຊ່ວຍເຫຼືອຕັ້ງແຕ່ມື້ໄດ້ຮັບຜົນກະທົບຈົນຮອດປະຈຸບັນ ໃນນັ້ນມີເຂົ້າສານຈໍານວນ 40, 5 ໂຕນ, ເຫຼັກຕະປູ 8 ຈໍານວນ 58 ແກັດ, ເຄື່ອງໃຊ້ຄົວເຮືອນ ຈໍານວນ 100 ຊຸດ, ມຸ້ງ ຈໍານວນ 100 ດາງ, ສາດຢາງ 100 ຜືນ, ເຄື່ອງບັນເທົາທຸກ 700 ຖົງ

ເຄື່ອງຊ່ວຍເຫຼືອນີ້ແມ່ນສະເພາະພາກລັດ, ນອກນັ້ນຍັງມີການຊ່ວຍຈາກອົງການຈັດຕັ້ງຂອງພາກລັດ, ບໍລິສັດຫ້າງຮ້ານ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນ ແມ່ນບໍ່ໄດ້ໄລ່ລວມເຂົ້າການຊ່ວຍເຫຼືອຂອງລັດຖະບານ ເພື່ອເປັນການແບ່ງເບົາໄລຍະເບື່ອງຕົ້ນ ຂັ້ນຕອນຕໍ່ໄປແມ່ນຈະໄດ້ສືບຕໍ່ພື້ນຟູຊີວິດການເປັນຢູ່ຂອງປະຊາຊົນຕໍ່່ໄປ.

ການລົງມອບເຄື່ອງຊ່ວຍເຫຼືອນີ້ໂດຍແມ່ນທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ແລະ ບັນດາການນຳຂອງແຂວງ. 

   

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa